• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.
ແຂກທ່ອງທ່ຽວສຕ່າງປະເທດ ຢ້ຽມຢາມຊົມຢູ່ນອກຮູບປັ້ນ ລຸງໂຮ່, ຖະໜົນຍ່າງ ຫງວຽນເຫວ້, ເມືອງ 1 (ພາບ: baotintuc.vn)
ກຳລັງໜູນເຕີບໂຕບໍ່ພຽງແຕ່ມາຈາກບັນດາເຫດການວັດທະນະທຳ, ງານບຸນເທົ່ານັ້ນ ຫາກຍັງມາຈາກການກັບມາຫວຽດນາມຄືນໃໝ່ຂອງບັນດາຕະຫຼາດຈຸດສຸມແລະ ຄວາມມານະພະຍາຍາມເຮັດໃໝ່ຜະລິດຕະພັນຂອງບັນດາວິສາຫະກິດອີກດ້ວຍ. ປັດຈຸບັນນີ້, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ດັດປັບຄາດໝາຍພັດທະນາຂອງຂະແໜງໃນຊຸມເດືອນທ້າຍປີ. ຕາມນັ້ນແລ້ວ, ນະຄອນ ໂຮ່ຈີມິນ ຈະສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 10 ລ້ານເທື່ອຄົນ (ໝາຍຄວາມວ່າເພີ່ມຂຶ້ນ 1,5 ລ້ານເທື່ອຄົນ ເມື່ອທຽບໃສ່ຄາດໝາຍເກົ່າ) ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 45 – 50 ລ້ານເທື່ອຄົນ (ເພີ່ມຂຶ້ນ 5 ລ້ານ). ຫວັງວ່າ ບັນດາຜະລິດຕະພັນໃໝ່ທີ່ດຳເນີນໃນຊຸມເດືອນທ້າຍປີ ຈະເຮັດໃຫ້ແຂກທ່ອງທ່ຽວມີການສຳຜັດດ້ວຍຫຼາຍຮູບຫຼາຍແບບ, ຊຸກຍູ້ເສດຖະກິດຍາມກາງຄືນ, ເຊິ່ງແມ່ນເປົ້າໝາຍຍຸດທະສາດ ທີ່ນະຄອນພວມມຸ່ງໄປເຖິງເພື່ອຍົກສູງຄວາມສາມາດແກ້ງແຍ້ງກັບບັນດາຕະຫຼາດອື່ນໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ປັບ​ປຸງ​ດຳ​ລັດ 8 ສະ​ບັບ​ໃຫ້​ສົມ​ບູນ​ແບບ ເພື່ອ​ນຳ​ສູນ​ການ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ ເຂົ້າ​ເຄື່ອນ​ໄຫວ​ໃນ​ເດືອນ​ພະ​ຈິກ

ປັບ​ປຸງ​ດຳ​ລັດ 8 ສະ​ບັບ​ໃຫ້​ສົມ​ບູນ​ແບບ ເພື່ອ​ນຳ​ສູນ​ການ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ ເຂົ້າ​ເຄື່ອນ​ໄຫວ​ໃນ​ເດືອນ​ພະ​ຈິກ

ຕອນເຊົ້າວັນທີ 04 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຕາມຫົວເລື່ອງຂອງລັດຖະບານ ກ່ຽວກັບບັນດາດຳລັດແນະນຳການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 222 ຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ.

Top