ສຳລັບການຄົມມະນາຄົມ ຫວຽດນາມ ແລ້ວ, ການໄປມາດ້ວຍລົດຈັກຍັງແມ່ນການເລືອກເຟັ້ນທີ່ດີທີ່ສຸດ. ຈຳນວນລົດຈັກຢູ່ນະຄອນ ໂຮ່ຈິມິນ ແມ່ນເກືອບ 11,3 ລ້ານຄັນ. ໃນນັ້ນ, ລົດຈັກບໍລິການແມ່ນປະມານ 400.000 ຄັນ. ດັ່ງນັ້ນ, ການໃຊ້ລົດບໍລິການໄຟຟ້າ ແມ່ນສິ່ງທີ່ຄວນເຮັດເພື່ອຊ່ວຍຮັກສາສິ່ງແວດລ້ອມໃຫ້ດີທີ່ສຸດ. ຕາມຂັ້ນຕອນທີ່ ນະຄອນ ໂຮ່ຈິມິນ ຫາກໍ່ປະກາດໃຊ້ນັ້ນ, ແຕ່ນີ້ຮອດປີ 2030, ນະຄອນຈະຫັນບັນດາພາຫະນະຄົມມະນາຄົມໄປໃຊ້ລົດໄຟຟ້າ ຫຼືພະລັງງານສະອາດ. ຕາມນັ້ນແລ້ວ, ຮອດປີ 2027 ຢ່າງໜ້ອຍສຸດ 50% ລົດບໍລິການຕ້ອງຫັນໄປສູ່ການໃຊ້ລົດໄຟຟ້າ. ຮອດປີ 2030, ລົດໃໝ່ 100% ຈະແມ່ນລົດໄຟຟ້າ.
ປີ 2025, ກໍ່ມີຜູ້ຂັບລົດບໍລິການນັບໝື່ນໆຄົນ ໄດ້ປ່ຽນໄປໃຊ້ລົດໄຟຟ້າໂດຍສະໝັກໃຈ ແລະ ຕົວເລກນີ້ໄດ້ເພີ່ມຂຶ້ນຕາມແຕ່ລະເດືອນ. ອ້າຍ ເລຢາບາວ ຜູ້ຂັບລົດຈັກຂອງບໍລິສັດລົດບໍລິການແຫ່ງໜຶ່ງຢູ່ ນະຄອນ ໂຮ່ຈິມິນ ແບ່ງປັນວ່າ:
ການຫັນໄປໃຊ້ລົດໄຟຟ້າກໍ່ເຫັນວ່າຫລຸດຜ່ອນສຽງວົນແຊວຂອງລົດ. ອຸນຫະພູມຢູ່ກາງແຈ້ງກໍ່ໄດ້ຫລຸດລົງ. ນະໂຍບາຍເກັບຊື້ລົດເກົ່າສຳລັບຜູ້ຂັບລົດບໍລິການ ເພື່ອຊື້ລົດໄຟຟ້າ ໄດ້ໜູນຊ່ວຍໃຫ້ແກ່ຜູ້ຂັບລົດບໍລິການຄືພວກຂ້າພະເຈົ້າຫຼາຍທີ່ສຸດ. ແຕ່ລະມື້ຂັບລົດໄປ 200 ກມ ກໍ່ເສຍຄ່າໄຟຟ້າປະມານ 0.3 USD ເທົ່ານັ້ນ.
ອ້າຍ ຫງວຽນລອງ ຜູ້ຂັບລົດບໍລິການ ໄດ້ໃຊ້ລົດຈັກໄຟຟ້າຂອງບໍລິສັດ ແຊັງ SM ໃນບໍລິເວນ ນະຄອນ ໂຮ່ຈິມິນ ໄດ້ແບ່ງປັນບັນດາຄວາມສະດວກ ແລະ ປະໂຫຍດຈາກລົດບໍລິການໄຟຟ້າວ່າ:
ເມື່ອຂີ່ລົດໄຟຟ້າກໍ່ເປັນເຈົ້າການໃນການສາກໄຟຟ້າ, ຈຸດສາກໄຟຟ້າກໍ່ມີຢູ່ທຸກແຫ່ງ, ດັ່ງນັ້ນຂີ່ລົດໄຟຟ້າແມ່ນສະດວກສະບາຍທີ່ສຸດ. ໂດຍອີງຕາມລົດໄຟຟ້າແຕ່ລະປະເພດ ແຕ່ແລ່ນໄດ້ປະມານ 100 ກມ ກໍ່ຄວນສາກໄຟຟ້າແລ້ວ.
ຈາກແງ່ມູມສິ່ງແວດລ້ອມ, ການຫັນປ່ຽນນີ້ ໄດ້ຊ່ວຍຫລຸດຜ່ອນອາຍເສຍ CO₂ ແລະ ຂີ້ຝຸ່ນ… ຫຼາຍພໍສົມຄວນ ຊື່ງແມ່ນ 2 ປັດໄຈເຮັດໃຫ້ຄຸນນະພາບບັນຍາກາດຂອງນະຄອນ ໂຮ່ຈິມິນ ໃນຫຼາຍຈຸດເວລາຖືກຫລຸດລົງໃນລະດັບກ່າວເຕືອນ. ໃຊ້ລົດໄຟຟ້າແມ່ນຂີ່ນຸ່ມກວ່າ, ສະອາດກວ່າ, ເຮັດໃຫ້ບັນດາຍາກາດເຂດຕົວເມືອງສາມາດຫາຍໃຈໄດ້ງ່າຍກ່ວາ.
ເຖິງວ່າແມ່ນທ່າອ່ຽງທີ່ຈຳເປັນ ແຕ່ເພື່ອໃຫ້ຜູ້ຂັບລົດບໍລິການນັບແສນຄົນທີ່ກຳລັງແລ່ນດ້ວຍລົດຈັກໃຊ້ນ້ຳມັນ ປ່ຽນໄປໃຊ້ລົດຈັກໄຟຟ້ານັ້ນ, ນະຄອນ ໂຮ່ຈິມິນ ຍັງຕ້ອງມີບາດກ້າວເດີນທີ່ເໝາະສົມ ແລະ ກົມກຽວດ້ານຜົນປະໂຫຍດ. ທ່ານ ເລແທັງຫາຍ ຜູ້ອຳນວຍການສູນທີ່ປຶກສາການໝູນໃຊ້ເສດຖະກິດ ສະຖາບັນຄົ້ນຄ້ວາພັດທະນາ ນະຄອນ ໂຮ່ຈິມິນ ໄດ້ສະເໜີບາງມາດຕະການທີ່ວ່າ:
ສະເໜີໃຫ້ທາງສູນກາງ ຍົກເວັ້ນຄ່າທຳນຽມໃຫ້ລົດໃໝ່ຈົດທະບຽນຄັ້ງທຳອິດພາຍໃນເວລາ 2 ປີ, ຂໍຍົກເວັ້ນພາສີມູນຄ່າເພີ່ມ VAT ສຳລັບຜູ້ຂັບລົດບໍລິການພາຍໃນຮອບເວລາ 2 ປີເພື່ອປະຕິບັດວຽກງານຫັນປ່ຽນນີ້ຢ່າງຂ້ຽວຂາດ. ຍົກເວັ້ນພາສີ VAT ໃຫ້ແກ່ຜູ້ຂັບລົດບໍລິການແລ່ນດ້ວຍລົດໄຟຟ້າ ສຳລັບອາກອນມູນຄ່າເພີ່ມໃນແຕ່ລະໃບບິນຂອງຜູ້ຂັບລົດ ເພື່ອລະດົມສົ່ງເສີມໃຫ້ເຂົາເຈົ້າປ່ຽນໄປໃຊ້ລົດໄຟຟ້າ.
“ນອກຈາກບັນດາຂໍ້ສະເໜີດັ່ງກ່າວ, ນະຄອນ ໂຮ່ຈິມິນ ຍັງໄດ້ຜັນຂະຫຍາຍຮູບແບບສົມທົບກັບບັນດາອົງການສິນເຊື່ອ ເພື່ອໃຫ້ຜູ້ຂັບລົດໄດ້ກູ້ຢືມເງິນໄປຊື້ລົດໄຟຟ້າດ້ວຍອັດຕາດອກເບັ້ຍຕ່ຳ. ນີ້ແມ່ນວິທີເພື່ອຮັບປະກັນໃຫ້ການຫັນປ່ຽນໄດ້ດຳເນີນໄປແບບຍືນຍົງ, ບໍ່ສ້າງຄວາມກົດດັນດ້ານການເງິນ.
ການຫັນໄປສູ່ການໃຊ້ລົດໄຟຟ້າບໍ່ແມ່ນເລື່ອງລາວຂອງພາຫະນະຄົມມະນາຄົມເທົ່ານັ້ນ, ຫາກຍັງແມ່ນການປະຕິວັດໃນການຄຸ້ມຄອງຕົວເມືອງ, ໃນຈິນຕະນາການພັດທະນາ ແລະ ໃນວິທີທີ່ ຫວຽດນາມ ຢັ້ງຢືນຈຸດຢືນຂອງຕົນກັບໂລກ ອີກດ້ວຍ.
ນະຄອນ ໂຮ່ຈິມິນ ກຳລັງໄດ້ປ່ຽນແປງ. ສຽງວົນແຊວຂອງລົດຈັກແບບໃຊ້ນ້ຳມັນທີ່ລຶ້ງເຄີຍ ຈະຄ່ອຍໆຫັນປ່ຽນເປັນສຽງລົດໄຟຟ້າທີ່ນຸ່ມ ແລະ ງຽບ. ນະຄອນພວມເລືອກເອົາເສັ້ນທາງທີ່ຍາກກວ່າແຕ່ງາມກວ່າ, ນັ້ນແມ່ນເສັ້ນທາງຂອງການຄົມມະນາຄົມສີຂຽວ. ຢູ່ທີ່ນັ້ນ, ຜູ້ຂັບລົດແຕ່ລະຄົນເມື່ອປ່ຽນໄປໃຊ້ລົດໄຟຟ້າກໍ່ຈະໄດ້ປະຢັດຄ່າໃຊ້ຈ່າຍ ກໍ່ຄືປະກອບສ່ວນເຮັດໃຫ້ນະຄອນຫລຸດຜ່ອນຄວັນ, ຂີ້ຝຸ່ນ. ການຫັນໄປໃຊ້ລົດບໍລິການໄຟຟ້າບໍ່ພຽງແຕ່ເພື່ອການດຳລົງຊີວິດທີ່ດີກວ່າໃນມື້ນີ້ເທົ່ານັ້ນ, ຫາກຍັງເພື່ອໃຫ້ໂລກເຫັນແຈ້ງວ່າ: ຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດສີຂຽວເທື່ອລະກ້າວອີກດ້ວຍ ແລະ ນະຄອນ ໂຮ່ຈິມິນ ກໍ່ກຳລັງນຳໜ້າໃນເລື່ອງລາວຫັນປ່ຽນນີ້./.









