• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ

ຕອນເຊົ້າວັນທີ 01 ສິງຫາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ (01/08/1973 – 01/08/2018).

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຮີງແກກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ການນຳນະຄອນ ໂຮ່ຈີມິນ ປາດຖະໜາຢາກສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບ ສິງກະໂປ ຫລາຍກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດ, ຜ່ານນັ້ນ ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ເພື່ອນ້ຳໃຈສາມັກຄີ, ມິດຕະກາບ, ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກ.

        ສ່ວນທ່ານ Leow Siu Lin ຫົວໜ້າສະຖານກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນ ໂຮ່ຈີມິນ ຢືນຢັນວ່າ: ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ສິງກະໂປ - ຫວຽດນາມ ແມ່ນສະເຫຼີມສະຫຼອງ 45 ປີແຫ່ງນ້ຳໃຈມິດຕະພາບສະໜິດສະໜົມ, ໝັ້ນຄົງ ແລະ ຍາວນານ, ສາຍພົວພັນອັນດີງາມໄດ້ຮັບການປັບປຸງ ຈາກການຮ່ວມມືຢ່າງທົ່ວເຖິງ ແລະ ແທດຈິງໃນຫລາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

 

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top