ຂ່າວສານ
ທ່ານນາຍົກລັດຖະມົນຕີ ສປປ ລາວ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ
ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລັດຖະບານໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະເຈລະຈາ ໂດຍເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມື, ພິທີເປີດປີ ສາມັກຄີມິດຕະພາບ ຫວຽດນາມ-ລາວ, ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມື ທະວີພາຄີ ລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປ ລາວ, ພົບປະກັບນັກທຸລະກິດສອງປະເທດ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ເຂົ້າຢ້ຽມຂຳນັບ ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ; ພົບປະໂອ້ລົມກັບ ທ່ານປະທານປະເທດ ຫງວຽນ ຊ່ວນ ຟຸກ; ພົບປະໂອ້ລົມກັບ ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ, ນຳໜ້າ ຄະນະຜູ້ແທນຂັ້ນສູງ ລັດຖະບານລາວ ໄດ້ໄປວາງພວງມາລາຢູ່ສຸສານ ແລະ ຄຳນັບ ປະທານ ໂຮ່ຈີມິນ, ແລະ ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ( ຖະໜົນ ບັກເຊີນ, ຮ່າໂນ້ຍ).
ບັນດາການພົບປະເຈລະຈາ, ພົບປະໂອ້ລົມ, ການພົບປະການນຳຂັ້ນສູງ, ສອງຝ່າຍຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດ ໃນການປັບປຸງ ແລະ ເພີ່ມທະວີການພົວພັນອັນຍີ່ງໃຫ່ຍ, ຄວາມສາມັກຄີແບບພິດເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ. ສອງຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະການນຳຂັ້ນສູງ ແລະ ທຸກຂັ້ນພາຍໃຕ້ບັນດາຮູບການຢ່າງມີໄຫວພິບ, ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັນສູງຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເຫັນດີສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ; ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສະເໜີບັນດາກົນໄກນະໂຍບາຍໃໝ່ທີ່ສອດຄ່ອງກັບລັກສະນະສະເພາະຂອງສາຍພົວພັນ ຫວຽດນາມ - ລາວ, ສ້າງກອບນິຕິກຳທີ່ມີຄວາມສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດ 2 ປະເທດ, ໜູນຊ່ວຍແຫຼ່ງກຳລັງຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ. ພ້ອມກັນນັ້ນ, ສືບຕໍ່ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ; ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳປອດສານພິດ, ການຄ້າເອເລັກໂຕນິກ, ຫັນເປັນດີຈີຕອນ ແລະ ປ່ຽນແປງໃໝ່ຄວາມປະດິດຄິດສ້າງ. 2 ຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ, ສປຊ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນຳ້ຂອງ; ພ້ອມກັບບັນດາປະເທດ ອາຊຽນ ສະໜັບສະໜູນ ກຳປູເຈຍ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2022 ໃຫ້ປະສົບຜົນສຳເລັດ, ມານະພະຍາຍາມຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະ ບົດບາດໃຈກາງຂອງ ອາຊຽນ, ສ້າງປະຊາຄົມ ອາຊຽນ ຢ່າງປະສົບຜົນສຳເລັດ; ສະໜັບສະໜູນ ກຳປູເຈຍ ໃນການຊຸກຍູ້ປະຕິບັດການເຫັນດີເຫັນພ້ອມ 5 ບັນຫາຂອງ ອາຊຽນ, ໃນນັ້ນມີການຢຸດຕິການໃຊ້ຄວາມຮຸນແຮງ, ຢຸດຍິງ ແລະ ຊຸກຍູ້ການໜູນຊ່ວຍມະນຸດສະທຳໃຫ້ແກ່ ມຽນມາ. 2 ຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງກັບສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)