• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມາ​ນີ Cristina Romila

ທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຢັ້ງຢືນວ່າຈະມານະພະຍາຍາມປະກອບສ່ວນເຫື່ອແຮງຂອງຕົນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫ່ວາງ ຫວຽດນາມ ແລະ ຣູມານີ ໃຫ້ຫຼາຍກ່ວາອີກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila (ພາບ: VGP)

ຕອນບ່າຍວັນທີ  30 ກໍລະກົດ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ອວຍພອນທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ທີ່ໄດ້ມາຢື່ນສານຕະຕັ້ງ ຕໍ່ທ່ານປະທານປະເທດ ໃນວັນທີ 16 ມິຖຸນາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຣູມານີ ເປັນສຳຄັນ, ຕີລາຄາສູງບັນດາການພັດທະນາທີ່ຕັ້ງໜ້າໃນການພົວພັນສອງປະເທດ ໃນຊຸມປີມໍ່ໆມານີ້. ໃນໂອກາດນີ້, ທ່ານ ຟ້າມມິງຈິງ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ລັດຖະບານ ຣູມານີ້ ເມື່ອໄດ້ມອບວັກຊິນກັນໂຄວິດ - 19 Astra Zeneca 100.800 ໂດສ ໃຫ້ແກ່ ຫວຽດນາມ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການໜູນຊ່ວຍຢ່າງທັນການ ແລະ ລ້ຳຄ່າ ເຊິ່ງ ຣູມານີ ສະຫງວນໃຫ້ ຫວຽດນາມ ແນ່ນອນວ່າ ຈະປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.

ທ່ານກໍ່ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຈົ່ງສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ ແລະ ຣູມານີ ເພື່ອຜັນຂະຫຍາຍບາງທິດທາງ, ມາດຕະການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ ໃນທຸກຂົງເຂດໃຫ້ມີປະສິດທິຜົນ. ສ່ວນທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຢັ້ງຢືນຈະມານະພະຍາຍາມປະກອບສ່ວນເຫື່ອແຮງຂອງຕົນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫ່ວາງ ຫວຽດນາມ ແລະ ຣູມານີ ໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top