• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin

ທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin ຢືນຢັນວ່າ Singapore ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ເປີດກ້ວາງການຮ່ວມມືໃນລໄຍະຈະມາເຖິງ.

ທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin ຢືນຢັນວ່າ Singapore ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ເປີດກ້ວາງການຮ່ວມມືໃນລໄຍະຈະມາເຖິງ.

 

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ  ຕ້ອນຮັບທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin 

ຕອນບ່າຍວັນທີ 20 ພຶດສະພາ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດ Singapore Tan Chuan-Jin. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຊົມເຊີຍການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ Singapore. ທ່ານສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຈະແມ່ນຂີດໝາຍສຳຄັນ ໃນສະພາບການສອງປະເທດພວມມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2023. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການພົບປະສົນທະນາລະຫວ່າງປະທານສະພາແຫ່ງຊາດສອງປະເທດ.

ສ່ວນທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin ຢືນຢັນວ່າ Singapore ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ເປີດກ້ວາງການຮ່ວມມືໃນໄລຍະໃໝ່. ທ່ານແຈ້ງໃຫ້ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຊາບ ກ່ຽວກັບການພົບປະສົນທະນາກັບປະທານສະພາແຫ່ງຊາດ ເວືອງດິນເຫ້ວ, ໃນນັ້ນ ມີເລື່ອງສອງຝ່າຍເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ເຫັນດີຈະເພີ່ມທະວີການແລກປ່ຽນ, ພົບປະລະຫວ່າງບັນດາສະມາຊິກລັດຖະສະພາ, ການຮ່ວມມືລະຫວ່າງບັນດາກຳມາທິການວິຊາສະເພາະ, ແບ່ງປັນບົດຮຽນໃນບັນດາຂົງເຂດເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ ແລະ ການຮ່ວມມືຢູ່ເວທີປາໄສສາກົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top