ທ່ານ Samdech Techo Hun Sen ຕີລາຄາສູງເລືຶ່ອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ກຳປູເຈຍ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ຍືນຍົງຍາວນານກັບ ຫວຽດນາມ ຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ກໍແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນກັບເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ, ເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ພ້ອມທັງສະແດງຄວາມປາດຖະໜາຢາກສືບຕໍ່ເຮັດໃຫ້ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບ ກຳປູເຈຍ ເລິກເຊິ່ງກວ່າອີກ.
ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ພະມະຫາເຫສີ Norodom Monineath Sihanouk ຢູ່ລາດຊະວັງ.
ກ່ອນໜ້ານັ້ນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Hunsen ປະທານພັກປະຊາຊົນກຳປູເຈຍ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ລົງນາມໃນເອກະສານຮ່ວມມືສະບັບຕ່າງໆ.







