ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ: ປີ 2026 ຕ້ອງຫັນບັນດາເນື້ອໃນແກ່ນສານຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ເປັນລະບອບລະບຽບການ ແລະ ເປັນລະອຽດ
ຕອນບ່າຍວັນທີ 10 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການພົບປະກັບບັນດາສະມາຊິກໃນອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ສະມາຊິກໃນຄະນະຊີ້ນຳສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບກິດຈະການປ່ຽນແປງໃໝ່ຕາມກຳນົດທິດສັງຄົມນິຍົມໃນ 40 ປີຜ່ານມາຢູ່ ຫວຽດນາມ.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
“ໂດຍເປັນບັນດາຜູ້ເຂົ້າຮ່ວມເຫດການນີ້ໂດຍກົງ, ສະນັ້ນ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເນື້ອໃນຈິດໃຈຂອງແຕ່ລະຄຳເວົ້າ, ເນື້ອໃນໃໝ່ໃນເອກະສານແຕ່ລະສະບັບ. ປີ 2026 ຕ້ອງເປັນປີຫັນບັນດາເນື້ອໃນໃໝ່, ເນື້ອໃນແກ່ນສານຂອງເອກະສານ ເປັນລະບອບລະບຽບການ ແລະ ເປັນລະອຽດ, ກໍຄືບັນດາບັນຫາໃໝ່ຕ້ອງສືບຕໍ່ຄົ້ນຄວ້າເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍ. ນີ້ແມ່ນບັນດາວຽກງານໃຫຍ່ ແລະ ຍາກທີ່ສຸດ, ຮຽກຮ້ອງຕ້ອງມີພູມປັນຍາລວມໝູ່, ມີຄຸນນະທາດການເມືອງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດສະດີພຶດຕິກຳຕົວຈິງ”.








