ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ: “ກຳນົດວິໄສທັດໃຫ້ແກ່ຍຸກສະໄໝພັດທະນາໃໝ່ຂອງການພົວພັນ ຫວຽດນາມ - ຈີນ”
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ (14-15/04) ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີບົດຂຽນເອົາລົງຢູ່ໜັງສືພິມປະຊາຊົນລາຍວັນ (ຈີນ) ເຊິ່ງຢັ້ງຢືນການພົວພັນ ຫວຽດນາມ - ຈີນ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ພ້ອມແລ້ວທີ່ຈະກ້າວເຂົ້າສັງກາດພັດທະນາໃໝ່.
ຂຶ້ນຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນປະຫວັດສາດມິດຕະພາບອັນໝັ້ນແກ່ນ, ຜົນສຳເລັດໃນການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຈີນ, ເຊິ່ງການນຳປະຕິວັດລຸ້ນກ່ອນຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ແລະ ໄດ້ຮັບການຮັກສາຈາກປະຊາຊົນສອງປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າການພົວພັນລະຫວ່າງສອງພັກ, ສອງລັດ ພວມມີການພັດທະນາອັນດີງາມໃນບັນດາຂົງເຂດ, ການພົວພັນແລກປ່ຽນປະຊາຊົນນັບມື້ນັບແໜ້ນແຟ້ນ, ສະໜິດສະໜົມ, ສະແດງໃຫ້ເຫັນຂອບຂະໜາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກໍ່ຄືປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດເຊິ່ງສອງປະເທດໄດ້ຍົກລະດັບໃນເດືອນທັນວາ 2023.
ເພື່ອແນໃສ່ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ ໃນສະພາບການໂລກພວມຢື່ນຢູ່ຕໍ່ໜ້າບັນດາການປ່ຽນແປງໂດຍພື້ນຖານທີີ່ມີລັກສະນະຍຸກສະໄໝ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ສອງປະເທດ ຄວນພ້ອມກັນກຳນົດວິໄສທັດໃຫ້ແກ່ຍຸກສະໄໝພັດທະນາໃໝ່ຂອງການພົວພັນ ຫວຽດນາມ - ຈີນ, ໂດຍອີງໃສ່ 4 ການກຳນົດທິດສຳຄັນລວມມີ: ຮັກສາການແລກປ່ຽນຍຸດທະສາດ, ຍົກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ, ສ້າງບັນດາການເຕີບໂຕໃໝ່, ປັບປຸງພື້ນຖານສັງຄົມທີ່ມີຄວາມສະດວກໃຫ້ແກ່ການພົວພັນ ຫວຽດນາມ - ຈີນ ໃຫ້ໝັ້ນແກ່ນກ່ວາອີກ, ຮ່ວມແຮງຮ່ວມໃຈສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຮັກສາສະຖຽນລະພາບໃຫ້ແກ່ສັງກາດໃໝ່, ສັງກາດແຫ່ງການພັດທະນາໃໝ່ຂອງແຕ່ລະປະເທດ.








