• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ: ຄົ້ນ​ຄ້​ວາ​ປະ​ກາດ​ໃຊ້ ວິ​ຊາ ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ຫວຽດ​ນາມ

ການພັດທະນາ, ດຶງດູດ ແລະ ນຳໃຊ້ຜູ້ມີຄວາມເກັ່ງ​ກ້າສາມາດ ຕ້ອງວາງອອກໃນຍຸດທະສາດສັງລວມແຫ່ງການພັດທະນາປະເທດຊາດ, ໂດຍຖືເອົາຜົນປະໂຫຍດແຫ່ງຊາດ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດ ບັນດາໜ້າທີ່ຍຸດທະສາດ ເປັນການ​ກຳ​ນົດທິດສູງ​ສຸດ. ພ້ອ​ນ​ກັນ​ນັ້ນ, ຄົ້ນ​ຄ້​ວາ​ປະ​ກາດ​ໃຊ້ ວິ​ຊາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສ​າ​ມາດ​ຫວຽດ​ນາມ”.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VNA)  

ຜູ້ມີຄວາມເກັ່ງ​ກ້າສາມາດ ແມ່ນແຫຼ່ງ​ກຳ​ລັງຍຸດທະສາດພິເສດ ຂອງປະ​ເທດຊາດ. ການພັດທະນາ, ດຶງດູດ ແລະ ນຳໃຊ້ຜູ້ມີຄວາມເກັ່ງ​ກ້າສາມາດ ຕ້ອງວາງອອກໃນຍຸດທະສາດສັງລວມແຫ່ງການພັດທະນາປະເທດຊາດ, ໂດຍຖືເອົາຜົນປະໂຫຍດແຫ່ງຊາດ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດ ບັນດາໜ້າທີ່ຍຸດທະສາດ ເປັນການ​ກຳ​ນົດທິດສູງ​ສຸດ. ພ້ອ​ນ​ກັນ​ນັ້ນ, ຄົ້ນ​ຄ້​ວາ​ປະ​ກາດ​ໃຊ້ ວິ​ຊາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສ​າ​ມາດ​ຫວຽດ​ນາມ”. ນີ້ແມ່ນຄຳເຫັນຊີ້ນຳ ຂອງທ່ານ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດຫວຽດ​ນາມ ໂຕ ເລິມ ທີ່ການເຮັດວຽກ ກັບ ຄະນະພັກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບ ຍຸດທະສາດແຫ່ງຊາດວ່າດ້ວຍການດຶງດູດ, ນຳໃຊ້ ແລະ ພັດທະນາຜູ້ມີຄວາມເກັ່ງ​ກ້າສາມາດ ໃນບັນດາຂະແໜງການ, ຂົງເຂດປາຍແຫຼມ, ຮັບໃຊ້ການພັດທະນາ ຢ່າງວ່ອງໄວ, ຍືນຍົງ ໃນຍຸກສະໄໝໃໝ່, ທີ່​ດຳ​ເນີນໃນຕອນເຊົ້າວັນ​ທີ 24 ສິງ​ຫາຢູ່ ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ​ເລິມ ເນັ້ນໜັກວ່າ ການດຶງດູດ ຜູ້ມີຄວາມເກັ່ງ​ກ້າສາມາດ ຕ້ອງ​ຕິດ​ພັນກັບ ການນຳໃຊ້, ການມອບໝາຍໜ້າທີ່ວຽກງານ ຢ່າງຈະແຈ້ງ; ກ້າຫານ ຄົ້ນຄວ້າ ສະເໜີ ລົບລ້າງບັນດາຮົ້ວ​ກີດ​ຂວາງ ໃນການແຕ່ງຕັ້ງ ຕຳແໜ່ງ ຄຸ້ມຄອງ ສຳລັບ ຜູ້ມີຄວາມເກັ່ງ​ກ້າສາມາດ; ການນຳໃຊ້ ຜູ້ມີຄວາມເກັ່ງ​ກ້າສາມາດຕ້ອງຕິດ​ພັນ​ກັບຄຸນສົມບັດ, ຄວາມຊື່ສັດສຸດຈະລິດ, ຄວາມຮັບຜິດຊອບໃນ​ການ​ອະ​ທິ​ບາຍ, ຈິດໃຈ ຮັບໃຊ້ປະ​ເທດ​ຊາດ ແລະ ປະຊາຊົນ; ແຫຼ່ງຜູ້ມີຄວາມເກັ່ງ​ກ້າສາມາດຍືນຍົງທີ່ສຸດ ແມ່ນຕ້ອງໄດ້ຮັບ ການສ້າງຕັ້ງຂຶ້ນ ຈາກຄົນຫວຽດນາມເອງ; ປ່ຽນແປງໃໝ່ ໂດຍພື້ນຖານ ດ້ານຈິນຕະນາການ ແລະ ວິທີການ ຄຸ້ມຄອງ ຜູ້ມີຄວາມເກັ່ງ​ກ້າສາມາດ. ທ່ານ ໃຫ້​ຮູ້​ວ່າ

ຕ້ອງສ້າງ ກົນໄກ ດຶງດູດ ຜູ້ມີຄວາມເກັ່ງ​ກ້າສາມາດ ລະດັບສາກົນ ທີ່ມີຄວາມສາມາດ ແຂ່ງຂັນ ຢ່າງແທ້ຈິງ. ຄົ້ນຄວ້າ ປະກາດໃຊ້ “ວີຊາຜູ້ມີຄວາມເກັ່ງ​ກ້າສາມາດ ຫວຽດນາມ”, ໄປຄຽງຄູ່ກັບ ຂັ້ນຕອນ ປະຕູດຽວ, ໂປ່ງໃສ ແລະ ມີໄລຍະເວລາດຳເນີນການ ຢ່າງຈະແຈ້ງ, ແກ້ໄຂ ຢ່າງຮອບດ້ານ ບັນດາຂັ້ນຕອນ, ນະໂຍບາຍ ກ່ຽວກັບ ເງິນເດືອນ, ການພັກອາໄສ, ແຮງງານ, ​ອາ​ກອນ, ເຮືອນຢູ່, ສາທາລະນະສຸກ, ການສຶກສາ ແລະ ການຮັບຮອງ ລະ​ດັບວຸດທິການສຶກສາ ສຳລັບ ຜູ້ມີຄວາມເກັ່ງ​ກ້າສາມາດ ແລະ ຄອບຄົວຂອງພວກເຂົາ. ນຳໃຊ້ ມາດຕະຖານການປະເມິນ ທີ່ຫຼາກຫຼາຍ, ໂດຍອີງໃສ່ ໂຄງການວິທະຍາສາດ, ຜົນງານປະດິດສ້າງ, ຜະລິດຕະພັນ, ຄວາມສາມາດ ໃນການຄຸ້ມຄອງ, ຜົນງານ ໃນອາຊີບ ແລະ ການອຸທິດ ຕົວຈິງ.

(ແຫຼ່ງຄັດຈາກ VOV)

ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດ​ດີ​ວົວ

ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດ​ດີ​ວົວ

ໃນການຕ້ອນຮັບ, ​ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຖືວ່າ ຫວຽດນາມ ແລະ ​ກົດ​ດີ​ວົວ ຕ້ອງເພີ່ມທະວີ ການຮ່ວມມື, ຍູ້ແຮງ ການແລກປ່ຽນຄະນະຜູ້ແທນ, ການພົບປະ ໃນທຸກລະດັບ ແລະ ການແລກປ່ຽນ ບົດຮຽນ ວຽກງານນິຕິບັນຍັດ.

Top