ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມວັນບຸນສາມັກຄີທົ່ວປວງຊົນທັງຊາດ ແລະ ວັນວັດທະນະທຳ ຫວຽດນາມ ປີ 2026 ຢູ່ຮ່າໂນ້ຍ
ຕອນເຊົ້າວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຕິດພັນກັບວັນວັດທະນະທຳ ຫວຽດນາມ ປີ 2026 ຢູ່ກຸ່ມຊຸມຊົນປະສົມເລກທີ 1,2,3,6 ຕາແສງ ບາດິ່ງ.
ກ່າວຄຳເຫັນທີ່ວັນບຸນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ສ້າງເຂດຊຸມຊົນສະໜິດຕິດພັນ ແລະ ມີຄວາມຮັບຜິດຊອບ; ຕ້ອງຈັດແບ່ງສະຖານທີ່ກໍ່ສ້າງຫໍວັດທະນະທຳ, ກ່ອນອື່ນໝົດແມ່ນຫໍວັດທະນະທຳເຂດຊຸມຊົນ, ລວມມີບັນດາກຸ່ມຊຸມຊົນ; ມຸ່ງໄປເຖິງແຕ່ລະກຸ່ມລ້ວນແຕ່ມີບ່ອນດຳລົງຊີວິດຊຸມຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີຕ້ອງເບິ່ງແຍງດູແລຊີວິດການເປັນຢູ່ຢ່າງລອບຄອບຖີ່ຖ້ວນ ແລະ ສ້າງເງື່ອນເພື່ອໃຫ້ປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວເຂດຊຸມຊົນ; ຕ້ອງເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ຍົກສູງຄຸນນະພາບສູນການແພດ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄດ້ຮັບການກວດປິ່ນປົວພະຍາດເປັນປະຈຳ. ທ່ານເລຂາທິການໃຫຍ, ປະທານປະເທດ ໂຕເລິມ ຕັກເຕືອນຕ້ອງເອົາໃຈໃສ່ເປັນພິເສດຕໍ່ການສຶກສາ ແລະ ຮ່ຳຮຽນຂອງເດັກນ້ອຍ, ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງໆໃນເກນອາຍຸແຕ່ 17 – 18 ປີສືບຕໍ່ໄດ້ຮັບການຮ່ຳຮຽນ, ບຳລຸງສ້າງວິຊາຊີບ.






