• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມກ່າວ​ຄຳ​ເຫັນ​ທີ່​ພິ​ທີສະ​ເຫຼີມ​ສະຫຼອງ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 24 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ ສ​ສ.ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເປັນ​ກຽດ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ດຳ​ເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 (24/11/1946 – 24/11/2026). ກ່າວ​ຄຳ​ເຫັນ​ທີ່​ພິ​ທີສະ​ເຫຼີມ​ສະຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ວັນ​ທີ 24 ພະ​ຈິກ 1946, ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1. ກອງ​ປະ​ຊຸມ​ສືບ​ທອດ​ຈິດ​ໃຈໂຄງຮ່າງ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປີ 1943 ດ້ວຍ​ສາມຫຼັກ​ການ ຊົນ​ຊາດ, ວິ​ທະ​ຍາ​ສາດ, ມະ​ຫາ​ຊົນ, ຕັ້ງ​ວັດ​ທະ​ນະ​ທຳ​ເຂົ້າໃນ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ພາ​ລະ​ກຳ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ທ່ານ​ໃຫ້​ຮູ້​ວ່າ:

ຢູ່ກອງ​ປະ​ຊຸມ, ​ປະ​ທານ​ ໂຮ່​ຈີ​ມິນ ໄດ້​ຢັ້ງ​ຢືນ​ວ່າ: ວັດ​ທະ​ນະ​ທຳ​ຕ້ອງ​ສ່​ອງ​ແສງ​ເຍືອງ​ທາງ​ໃຫ້​ແກ່​ປະ​ຊາ​ຊົນ​​ກ້າ​ວເດີນ”. ເພິ່ນ​ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ພື້​ນ​ຖານ​ໃຫ້​ວັດ​ທະ​ນະ​ທຳ​ໃໝ່, ຍົກ​ສູງ​ສະ​ຕິ​ເປັນ​ເຈົ້າ​ຕົນ​ເອງ, ຕັກ​ເຕືອນ​ພວກ​ເຮົາ​ຮ່ຳ​ຮຽນ​ສິ່ງ​ທີ່​ດີ​ງາມ​ຂອງ​ໂລກ, ດັດ​ປັບ​ຄວາມ​ລຶ້ງ​ເຄີຍ​ທີ່​ບໍ່​ດີ ໃນ​ສັງ​ຄົມ ແລະ ເບິ່ງ​ແຍງ​ດູ​ແລ​ລຸ້ນ​ໜຸ່ມ. ການ​ເບິ່ງ​ແຍງ​ດູ​ແລ​ວັດ​ທະ​ນະ​ທຳ​ແມ່ນ​ເຕົ້າ​ໂຮມ​ຈິດ​ໃຈ​ຄົນ, ຫັນ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ ກາຍ​ເປັນ​ກຳ​ລັງ​ແຮງ​ແຫ່ງ​ການ​ກະ​ທຳ​ທີ່​ມີ​ເປັນ​ເອ​ກະ​ພາບ​ຂອງ​ທົ່ວທັງ​ຊາດ. ບົດ​ຮຽນ​ນີ້​ຍັງ​ມີ​ຄຸນ​ຄ່າ​ເໝືອນ​ເດີມ​ມາ​ຮອດ​ປັດ​ຈຸ​ບັນ.

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ. ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ນຳບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ເຂົ້າ​ຊີ​ວິດ​ຕົວ​ຈິງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ກຳ​ນົດ​ທິດ​ທາງ​ພັດ​ທະ​ນາ​ປະ​ເທດ​ຊາດ, ​ກ​ານ​ເຕີ​ບ​ໂຕ​ເສດ​ຖະ​ກິດຕ້ອງ​ຕິດ​ພັນ​ກັບ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ ແລະ ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຂອງ​ມະ​ນຸດ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ກິດ​ຈະ​ກຳ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ໃນ​ທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

ບັນ​ດາ​ກິດ​ຈະ​ກຳ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ໃນ​ທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

ໃນ​ທຸດ​ເຂດ​ພາກ​ທົ່ວ​ປະ​ເທດ, ມີຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ ແລະ ວັນ​ບຸນ​​ປະ​ເພ​ນີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊືນ​ໃນໝູ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.

Top