ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮັບຫຼຽນໄຊອັນສູງສົ່ງຂອງລາຊະອານາຈັກ ແດນມາກ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ແດນມາກ, ວັນທີ 19 ຕຸລາ, ຕາມເວລາທ້ອງຖິ່ນ, ກະສັດ Frederik X ໄດ້ມອບໃຫ້ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມຫຼຽນໄຊຊ້າງ (Order of the Elephant), ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງແດນມາກ ມອບໃຫ້ບັນດາສະມາຊິກລາດຊະວົງ ແລະ ປະມຸກລັດ ຕ່າງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມຫວັງຢ່າງຍິງວ່າ ຢາກສະຫງວນຄວາມເປັນກຽດອັນຍິ່ງໃຫຍ່ນີ້ໃຫ້ປະຊາຊົນ ຫວຽດນາມ, ໃຫ້ລຸ້ນຄົນ ຫວຽດນາມ ແລະ ແດນມາກທີ່ຕັ້ງພື້ນຖານ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບໃນຕະຫຼອດໄລຍະ 55 ປີຜ່ານມາ ແລະ ໃຫ້ແກ່ຊາວຫວຽດນາມ, ແດນມາກໃນປັດຈຸບັນ ພວມສືບຕໍ່ຂະບວນການ, ນຳການພົວພັນສອງປະເທດກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.






