ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.
ກະ​ສັດ Frederik X ໄດ້​ມອບຫຼຽນ​ໄຊ​ຊ້າງ​ (Order of the Elephant)ໃຫ້​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ (ພາບ: VNA)
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ, ວັນ​ທີ 19 ຕຸ​ລາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ສັດ Frederik X ໄດ້​ມອບໃຫ້​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມຫຼຽນ​ໄຊ​ຊ້າງ​ (Order of the Elephant), ເຊິ່ງ​ແມ່ນຫຼຽນ​ໄຊ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງ​ແດນ​ມາກ ມອບ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ລາດ​ຊະ​ວົງ ແລະ ປະ​ມຸກ​ລັດ ຕ່າງ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ ແລະ ໃຫ້​ແກ່​ຊາວ​ຫວຽດ​ນາມ, ແດນ​ມາກ​ໃນ​ປັດ​ຈຸ​ບັນ ພວມ​ສືບ​ຕໍ່​ຂະ​ບວນ​ການ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່.

top