ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຄາດຫວັງຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດ ແລະ ການສຶກສາເຍື່ອງທາງໃຫ້ແກ່ຊາດຫວຽດນາມ ກ້າວເດີນ
ພິທີສະເຫຼີມສະຫຼອງ 950 ປີແຫ່ງວັນ “ກວັກຕືຢາມ - ກວັກຮອກ ຫວຽດນາມ” (1076-2026), ດ້ວຍຫົວຂໍ້ “ສິ່ງຍອດຢ້ຽມດ້ານການສຶກສາ” ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 13 ພະຈິກ, ຢູ່ເດີນ ທ້າຍຮອກ, ເຂດຮ່ອງຮອຍລະດັບຊາດພິເສດ ວັນມຽວ - ກວັກຕືຢາມ, ຮ່າໂນ້ຍ. ເຫດການໂດຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນຮ່າໂນ້ຍຈັດຂຶ້ນ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ກວັກຕືຢາມ - ມະຫາວິທະຍາໄລແຫ່ງທຳອິດຂອງຊາດ ໄດ້ນຳພາລະກິດສຶກສາບຳລຸງຜູ້ມີຄວາມເກັງກ້າສາມາດ, ມີຄຸນສົມບັດເຂົ້າລະບຽບນິໄນຍາວນານ. ເພື່ອສືບຕໍ່ບັນດາຄຸນຄ່າຍືນຍົງຂອງ ກວັກຕືຢາມນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີຕ້ອງອະນຸລັກຮັກສາ, ນຳຈິດໃຈ ແລະ ພະລັງຊີວິດຂອງເຂດມໍລະດົກປະກົດຂຶ້ນຢ່າງມີຊີວິດຊີວາໃນການດຳລົງຊີວິດທາງໂຮງຮຽນ. ທ່ານ ໃຫ້ຮູ້ວ່າ:
ເປີດກວ້າງຄວາມສະເໝີພາບໂອກາດຮ່ຳຮຽນ, ປຸກລຸກກຳລັງແຮງປະດິດຄິດສ້າງໃຫ້ຄູສອນ ແລະ ສ້າງວັດທະນະທຳການຮ່ຳຮຽນຕະຫຼອດຊີວິດ. ຕ້ອງສະຫງວນບຸລິມະສິດພິເສດໃຫ້ແກ່ເຂດຫ່າງໄກສອກຫຼີ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຮັບປະກັນເດັກນ້ອຍໝົດທຸກຄົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ນັກຮຽນຄົນພິການລ້ວນແຕ່ໄດ້ຮ່ຳຮຽນຢ່າງສົມບູນ. ບັນດາມະຫາວິທະຍາໄລ ແລະ ຮາກຖານສຶກສາວິຊາຊີບຕ້ອງເປັນເຈົ້າການຮ່ວມມືກັບວິສາຫະກິດ, ສູນຄົນຄ້ວາ, ສ້າງເງື່ອນໄຂເພື່ອໃຫ້ຜູ້ຮຽນນຳພູມປັນຍາໄປແລກປ່ຽນ, ນຳໃຊ້ ແລະ ແກ້ໄຂບັນດາບັນຫາໃນຕົວຈິງ. ພ້ອມທັງ, ສົ່ງເສີມຈິນຕະນາການນະວັດຕະກຳ, ຫັນໂຮງຮຽນກາຍເປັນສະພາບແວດລ້ອມແຫ່ງການປູກລ້ຽງແນວຄິດດີເດັ່ນ ແລະ ຜູ້ມີຄວາມເກັ່ງກ້າສາມາດ.
ການຖ່າຍທອດໃຫ້ລຸ້ນຄົນໃນອະນາຄົດບໍ່ພຽງແຕ່ແມ່ນມໍລະດົກນັບພັນປີທີ່ຍັງໄດ້ຮັກສາເໝືອນເດີມເທົ່ານັ້ນ ຫາກຍັງແມ່ນບັນດາຄຸນຄ່າດ້ານແນວຄິດຈິດໃຈ, ມຸ່ງຫວັງຜູ້ມີຄວາມເກັງກ້າສາມາດ ແລະ ການສຶກສາຍາມໃດກໍ່ປະກາຍແຈ້ງ, ກາຍເປັນແຫຼ່ງກຳລັງດ້ານຈິດໃຈອັນລ້ຳຄ່າເຍື່ອງທາງໃຫ້ຊາດ ຫວຽດນາມ ກ້າວເດີນ, ໄປຄຽງບ່າຄ່ຽງໄຫຼ່ພ້ອມກັບບັນດາປະເທດມະຫາອຳນາດ 5 ທະວີບ.






