ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຕ້ອນຮັບການນຳອົງການພະລັງງານປະລະມານູສາກົນ
ຕອນບ່າຍວັນທີ 22 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ກວັກຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Mikhail Chudakov ຮອງຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ລັດຖະບານ ຫວຽດນາມແມ່ນພັດທະນາພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ປະຕິບັດຖືກຕ້ອງຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ. ຫວຽດນາມ ຕີລາຄາສູງບົດບາດ ແລະ ຄວາມມານະພະຍາມຂອງ IAEA ໃນການຊຸກຍູ້ການນຳໃຊ້ພະລັງງານປະລະມານູ ເພື່ອເປົ້າໝາຍສັນຕິພາບກໍ່ຄືໜູນຊ່ວຍບັນດາປະເທດສ້າງພື້ນຖານໂຄງລ່າງນິວເຄຼຍ. ນັບແຕ່ເວລາກາຍເປັນສະມາຊິກຂອງ IAEA, ຫວຽດນາມ ຍາມໃດກໍ່ຖື IAEA ເປັນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນືຶ້ອເຊື່ອໃຈ, ບັນດາການເຄື່ອນໄຫວຮ່ວມມືນັບມື້ນັບໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ,ແທດຈິງ.
ສ່ວນທ່ານຮອງຜູ້ອຳນວຍການໃຫຍ່ IAEA Mikhail Chudakov ຢັ້ງຢືນວ່າ, IAEA ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຜ່ານບັນດາໂຄງການບຳລຸງສ້າງ, ເຄື່ອງມືດ້ານເຕັກນິກ ແລະ ໃຫ້ຄຳປຶກສາດ້ານວິຊາການ, ພ້ອມທັງເຊື່ອມຕໍ່ກັບບັນດາຄູ່ຮ່ວມມື ແລະ ຜູ້ສະໜອງສາກົນເພື່ອແນໃສ່ໜູນຊ່ວຍວິວັດການຜັນຂະຫຍາຍໂຄງການໄຟຟ້ານິວເຄຼຍ.








