ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ລັດຖະບານ ຫວຽດນາມແມ່ນພັດທະນາພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ປະຕິບັດຖືກຕ້ອງຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຕ້ອນຮັບMikhail Chudakov ຮອງຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (ພາບ: VGP)
ຕອນບ່າຍວັນທີ 22 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ກວັກຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Mikhail Chudakov ຮອງຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ລັດຖະບານ ຫວຽດນາມແມ່ນພັດທະນາພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ປະຕິບັດຖືກຕ້ອງຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ. ຫວຽດນາມ ຕີລາຄາສູງບົດບາດ ແລະ ຄວາມມານະພະຍາມຂອງ IAEA ໃນການຊຸກຍູ້ການນຳໃຊ້ພະລັງງານປະລະມານູ ເພື່ອເປົ້າໝາຍສັນຕິພາບກໍ່ຄືໜູນຊ່ວຍບັນດາປະເທດສ້າງພື້ນຖານໂຄງລ່າງນິວເຄຼຍ. ນັບແຕ່ເວລາກາຍເປັນສະມາຊິກຂອງ IAEA, ຫວຽດນາມ ຍາມໃດກໍ່ຖື IAEA ເປັນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນືຶ້ອເຊື່ອໃຈ, ບັນດາການເຄື່ອນໄຫວຮ່ວມມືນັບມື້ນັບໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ,ແທດຈິງ.
ສ່ວນທ່ານຮອງຜູ້ອຳນວຍການໃຫຍ່ IAEA Mikhail Chudakov ຢັ້ງຢືນວ່າ, IAEA ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຜ່ານບັນດາໂຄງການບຳລຸງສ້າງ, ເຄື່ອງມືດ້ານເຕັກນິກ ແລະ ໃຫ້ຄຳປຶກສາດ້ານວິຊາການ, ພ້ອມທັງເຊື່ອມຕໍ່ກັບບັນດາຄູ່ຮ່ວມມື ແລະ ຜູ້ສະໜອງສາກົນເພື່ອແນໃສ່ໜູນຊ່ວຍວິວັດການຜັນຂະຫຍາຍໂຄງການໄຟຟ້ານິວເຄຼຍ.