ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ ຢູແກຼນ
ຕາມຂໍ້ສະເໜີຂອງຝ່າຍ ຢູແກຼນ, ຕອນບ່າຍວັນທີ 17 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ຢັ້ງຢືນວ່າ ຢູແກຼນ ຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ເປັນສຳຄັນ, ຊົມເຊີຍຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ໂດຍເປັນເພື່ອນຂອງ ລັດເຊຍ ແລະ ຢູແກຼນ, ຫວຽດນາມ ຮັກສາຫຼັກໝັ້ນ ດຸ່ນດ່ຽງ, ພາວະວິໄສໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງເນັ້ນໜັກວ່າ: ທຸກການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເໝາະສົມກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ; ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍຂອງປະຊາຄົມສາກົນ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບຍາວນານໃຫ້ແກ່ການປະທະກັນດ້ວຍການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ຕົກລົງເຫັນດີສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ດຳເນີນການປຶກສາຫາລືທາງດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ໂດຍໄວ.