ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ແກຼນ

ຢູແກຼນ ຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ເປັນສຳຄັນ, ຊົມເຊີຍຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha. (ພາບ: ກະຊວງການຕ່າງປະເທດ)

ຕາມຂໍ້ສະເໜີຂອງຝ່າຍ ຢູແກຼນ, ຕອນບ່າຍວັນທີ 17 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ຢັ້ງຢືນວ່າ ຢູແກຼນ ຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ເປັນສຳຄັນ, ຊົມເຊີຍຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ໂດຍເປັນເພື່ອນຂອງ ລັດເຊຍ ແລະ ຢູແກຼນ, ຫວຽດນາມ ຮັກສາຫຼັກໝັ້ນ ດຸ່ນດ່ຽງ, ພາວະວິໄສໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງເນັ້ນໜັກວ່າ: ທຸກການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເໝາະສົມກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ; ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍຂອງປະຊາຄົມສາກົນ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບຍາວນານໃຫ້ແກ່ການປະທະກັນດ້ວຍການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ຕົກລົງເຫັນດີສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ດຳເນີນການປຶກສາຫາລືທາງດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ໂດຍໄວ.


top