• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin: ກອງ​ປະ​ຊຸ​ມ​ສຸດຍອດ​ລະ​ຫວ່າງ ລັດ​ເຊຍ - ອາຟະລິກາ ຈະ​ມາ​ເຖິງ​ແມ່ນ​ເຫດ​ການ​​ສ້າງຂີດ​ໝາຍ ແລະ ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ

ກ່ອນດຳເນີນກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ອາຟະລິກາ ເຊິ່ງຈະຈັດຂຶ້ນໃນວັນທີ 24 ຕຸລາຢູ່ນະຄອນ Sochi, ສະຫະພັນ ລັດເຊຍ, ໃນວັນທີ 21 ຕຸລາ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ມີການຕອບສຳພາດຕໍ່ສຳນັກຂ່າວສານ ລັດເຊຍ TASS ກ່ຽວກັບນະໂຍບາຍຂອງ ລັດເຊຍສຳລັບ ອາຟະລິກາ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN) 

ທ່ານ ປະທານາທິບໍດີ Putin ຖືວ່າ ກອງປະຊຸມແມ່ນ “ເຫດການສ້າງຂີດໝາຍ ແລະ ຍັງບໍ່ເຄີຍມີມາກ່ອນ”, ຕາມນັ້ນແລ້ວ, ນີ້ແມ່ນກອງປະຊຸມສຸດຍອດຄົບຄະນະຄັ້ງທຳອິດ ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ ອາຟະລິກາ ແລະ ການນຳບັນດາອົງການຈັດຕັ້ງແຖວໜ້າຂອງພາກພື້ນ. ທ່ານ Putin ເນັ້ນໜັກຢ່າງແຮງເຖິງການພົວພັນລະຫວ່າງ ລັດເຊຍ - ອາຟະລິກາ ພວມມີການພັດທະນາຢ່າງດີເດັ່ນ. ພ້ອມທັງຢັ້ງຢືນວ່າ ລັດເຊຍຮ່ວມມືກໍ່ສ້າງກັບບັນດາປະເທດ ອາຟະລິກາ ຢ່າງມີສະເໝີພາບ ແລະ ບໍ່ຮຽກຮ້ອງຕ້ອງການ ການແລກເອົາບັນດາເງື່ອນໄຂການເມືອງ ຫຼືບັນດາເງື່ອນໄຂພິເສດ ຕ່າງໆ. ລັດເຊຍກໍ່ບໍ່ຈັດວາງຫຼັກໝັ້ນຂອງຕົນ  ຫາກພຽງແຕ່ ເຄົາລົບຫຼັກການຂອງບັນດາປະເທດອາຟະລິກາວ່າ “ບັນດາບັນຫາ ອາຟະລິກາ ແມ່ນໂດຍອາຟະລິກາແກ້ໄຂເອງ.”
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top