ຂ່າວສານ
ທ່ານປະທານສະພາແຫ່ງຊາດ: ໄລຍະຈະມາເຖິງຈະປັບປຸງລັດຖະທຳມະນູນ, ໂຮມແຂວງ, ສັບຊ້ອນແຕ່ 60 – 70% ຕາແສງ
ໃນກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ ເລື່ອງກົດໝາຍ 04 ສະບັບ ແລະ ມະຕິ 05 ສະບັບ ກ່ຽວກັບການປະຕິບັດການສັບຊ້ອນ, ຈັດຕັ້ງກົງຈັກລັດ ໂດຍສະພາແຫ່ງຊາດຮັບຮອງເອົາ ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນການຄຸ້ມຄອງລັດ, ບັນດາມະຕິກຳນົດກ່ຽວກັບກົນໄກ, ນະໂຍບາຍພິເສດ, ເປັນເອກະລັກສະເພາະ, ບັນດາເນື້ອໃນສຳຄັນ, ຮີບດ່ວນ, ຈຳເປັນອື່ນກໍ່ໄດ້ຮັບການຮັບຮອງເອົາປະກອບສ່ວນຍູ້ໄວຄວາມຄືບໜ້າຜັນຂະຫຍາຍປະຕິບັດບັນດາໜ້າທີ່ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ GDP ແຕ່ 8% ຂຶ້ນໄປໃນປີນີ້ ແລະ ການເຕີບໂຕ 2 ຕົວເລກໃນໄລຍະ 2026 – 2030. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ:
“ຕໍ່ໜ້າສະພາບການສັບຊ້ອນກົງຈັກຕາແສງໃນໄລຍະຈະມາເຖິງ ຕ້ອງ ໂຮມ 60 – 70% ຕາແສງໃນຈໍານວນຕາແສງທັງໝົດ 10.000 ຕາແສງ. ຄະນະປະຈຳສະພາແຫ່ງຊາດອີງໃສ່ການສະເໜີຂອງລັດຖະບານ ຕ້ອງດຳເນີນຢ່າງຕັ້ງໜ້າ ແລະ ຮີບເຮັ່ງ. ພວກເຮົາຕັດສິນໃຈ, ໃນຕໍ່ໜ້າຈະບໍ່ມີຫົວໜ່ວຍຂັ້ນເມືອງ, ໂຮມບັນດາແຂວງເຂົ້າກັນ, ສະນັ້ນ ຈະມີວຽກງານຈຳນວນຫຼາຍທີ່ສຸດຕ້ອງປະຕິບັດ”.