• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ​ວະ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ານ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

ຕອນເຊົ້າວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ທ່ານສາດສະດາຈານ, ປ.ອ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານ ການໂອ້ລົມສົນທະນາປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
  ທ່ານສາດສະດາຈານ, ປ.ອ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ  

ການໂອ້ລົມສົນທະນາໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງເພື່ອແນໃສ່ສ້າງເວທີປາໄສເພື່ອໃຫ້ບັນດານັກວິທະຍາສາດ, ນັກຊ່ຽວຊານ, ອະດີດຜູ້ເຮັດວຽກງານກ່ຽວກັບການສຶກສາ, ພະນັກງານ, ສະມາຊິກພັກ ຂອງສະຖາບັນ ພ້ອມກັນແລກປ່ຽນ, ປຶກສາຫາລື, ເສີມຂະຫຍາຍພູນປັນຍາ ໃນການປະກອບຄຳເຫັນເພື່ອປັບປຸງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ໃຫ້ສຳເລັດ, ເຊິ່ງໄດ້ຈັດຂຶ້ນຕາມຮູບແບບທາງໄກ ຢູ່ສູນສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັ້ກເຖິງບາງບັນຫາພື້ນຖານຕ້ອງຊາບຊືມເມື່ອປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນ. ນັ້ນແມ່ນຕ້ອງຕິດແທດ, ຫັນເປັນລະບອບລະບຽບການບັນດາແຜນການ, ການກຳນົດທິດ, ນະໂຍບາຍໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງຄົບຖ້ວນ, ສືບຕໍ່ບັນດາຂໍ້ກຳນົດທີ່ມີລັກສະນະສະຖຽນລະພາບຂອງກົດໝາຍ ວ່າດ້ວຍທີ່ດິນຜ່ານແຕ່ລະສະໄໝ ທີ່ໄດ້ຮັບການປະຕິບັດກວດກາໃນຕົວຈິງແລ້ວ, ຮັບປະກັນລັກສະນເປັນເອກະພາບ, ຄົບຊຸດ, ຄວາມເປັນໄປໄດ້ຂອງລະບົບກົດໝາຍ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດສັງຄົມ…

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top