ຂ່າວສານ
ທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ຕອນບ່າຍວັນທີ 5 ພະຈິກ, ທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 2 – 5ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ພັນລະຍາ.
ໃນການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ລາວ ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ, ວາງພວງມາລາຢູ່ ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຖະໜົນ ບັກເຊີນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ສອນໄຊສີພັນດອນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນປະທານພິທີຕ້ອນຮັບ, ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ.






