ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ໃນ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ລາວ ໄດ້​ໄປ​ວາງ​ພວງ​ມາ​ລາ ແລະ ເຂົ້າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ, ວາງ​ພວງ​ມາ​ລາ​ຢູ່ ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຖະ​ໜົນ ບັກ​ເຊີນ.
  ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອ​ນ​ໄຊ​ສີ​ພັນ​ດອນ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 5 ພະ​ຈິກ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 2 – 5ພະ​ຈິກ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ແລະ ພັນ​ລະ​ຍາ.

ໃນ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ລາວ ໄດ້​ໄປ​ວາງ​ພວງ​ມາ​ລາ ແລະ ເຂົ້າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ, ວາງ​ພວງ​ມາ​ລາ​ຢູ່ ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຖະ​ໜົນ ບັກ​ເຊີນ. ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອ​ນ​ໄຊ​ສີ​ພັນ​ດອນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ, ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ.


top