• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ຫງວຽນ​ຊວັນ​ຟຸກ: ກາ​ລະ​ໂອ​ກາດ​ລົງ​ທຶນ ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ເປີດກວ້າງທີ່​ສຸດ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Choo Kyung-ho ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ກະຊວງການເງິນ ສ.ເກົາຫຼີ, ເຂົ້າຮ່ວມເວທີປາໄສເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ (ພາບ: TTXVN)  

ໂດຍສືບຕໍ່ລາຍການຢ້ຽມຢາມ ສ.ເກົາຫຼີທາງລັດຖະກິດ, ຕ້ອນເຊົ້າວັນທີ 6 ທັນວາ, ຢູ່ນະຄອນຫຼວງ ເຊີອູນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Choo Kyung-ho ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ກະຊວງການເງິນ ສ.ເກົາຫຼີ, ເຂົ້າຮ່ວມເວທີປາໄສເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ພວມຮັກສາເສດຖະກິດມະຫາພາກເປັນປົກກະຕິ, ເສດຖະກິດໄດ້ຮັບການຟື້ນຟູຫຼັງໂຄວິດ - 19. ດ້ວຍການເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ ແນ່ນອນວ່າກາລະໂອກາດມາລົງທຶນຢູ່ ຫວຽດນາມ ໄດ້ຮັບການເປີດກວ້າງທີ່ສຸດ. ທ່ານກ່ວາວ່າ:

ຫວຽດນາມ ແລະ ສ.ເກົາຫຼີ ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງເພື່ອພັດທະນາຢ່າງແຮງໃນການປະຕິວັດອຸດສາຫະກຳຄັ້ງທີ 4 ທົ່ວໂລກ ກ່ຽວກັບການຫັນເປັນພື້ນຖານເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ ດ້ວຍພະລັງງານຜະລິດຄືນໃໝ່, ພະລັງງານໃໝ່, ຂໍ້ມູນມະຫາສານ, ປັນຍາປະດິດ, ເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ…ທຸກໆການຮ່ວມມື ລ້ວນແຕ່ເພື່ອການສະໜິດຕິດພັນລະຫວ່າງສອງຊາດ, ສອງປະເທດ ທີ່ນັບມື້ນັບໝັ້ນແກ່ນ, ເລິກເຊິ່ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Choo Kyung-ho ຖືວ່າສອງປະເທດຄວນເພີ່ມທະວີການຮ່ວມມືໃນລະບົບສະໜອງເພື່ອຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ເປີດກວ້າງການຮວ່ມມືທາງການຄ້າ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top