• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ​ຫງວຽນ​ຊັວນ​ຝຸກ: ພະ​ນັກ​ງານ​ຕ້ອງ​ໄປ​ຫາ ປ​ຊ​ຊ, ຮັບ​ຟັງ ປ​ຊ​ຊ

ທ່ານປະທານປະເທດຫງວຽນຊັວນຝຸກ ໄດ້ມອບເຮືອນ 200 ຫຼັງໃຫ້ບັນດາຄອບຄົວທຸກຍາກ ຢູ່ 2 ເມືອງດົງຢາງ ແລະ ໄຕຢາງ ແຕ່ລະຫຼັງມີມູນຄ່າ 50 ລ້ານດົ່ງ.
(ພາບ:VOV)

ຕອນເຊົ້າວັນທີ 15 ພະຈິກ, ທ່ານປະທານປະເທດຫງວຽນຊັວນຝຸກ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ຕາແສງບາ, ເມືອງດົງຢາງ, ແຂວງກວາງນາມ ຊື່ງແມ່ນຕາແສງມີຊາວເຜົ່າເກີຕູ ແລະ ຊາວກິງ ດຳລົງຊີວິດເປັນສ່ວນຫຼາຍ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫງວຽນຊັວນຝຸກ ເນັ້ນໜັກວ່າ: ອົງຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ປຊຊ ຕາແສງບາ, ເມືອງດົງຢາງ ຄວນສືບຕໍ່ກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພິເສດ, ພະນັກງານທ້ອງຖິ່ນຕ້ອງໃກ້ຊິດກັບ ປຊຊ, ຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງ ປຊຊ ເພື່ອຮັບໃຊ້ ປຊຊ:

   ພະນັກງານສູນກາງ, ພະນັກງານແຂວງ, ເມືອງ, ຕາແສງ ຕ້ອງລົງໄປຫາ ປຊຊ, ຮັບຟັງຂໍ້ສະເໜີຂອງ ປຊຊ, ເພື່ອວາງອອກນະໂຍບາຍຢ່າງເໝາະສົມ ເພື່ອຮັບໃຊ້ ປຊຊ. ຕ້ານການອາດຍາສິດ, ຫ່າງໄກກັບ ປຊຊ ຈາກສູນກາງຕະຫຼອດຮອດທ້ອງຖິ່ນແມ່ນສຳຄັນທີ່ສຸດ. ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ມີຄວາມໝາຍອັນໃຫ່ຍຫຼວງ ແມ່ນພວກເຮົາຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງ ປຊຊ ເພື່ອແກ້ໄຂນະໂຍບາຍຕາມຄວາມມຸ່ງຫວັງຂອງ ປຊຊ.

   ເນື່ອງໃນໂອກາດນີ້, ຕາງໜ້າບັນດານັກອຸປະຖຳ, ທ່ານປະທານປະເທດຫງວຽນຊັວນຝຸກ ໄດ້ມອບເຮືອນ 200 ຫຼັງໃຫ້ບັນດາຄອບຄົວທຸກຍາກ ຢູ່ 2 ເມືອງດົງຢາງ ແລະ ໄຕຢາງ ແຕ່ລະຫຼັງມີມູນຄ່າ 50 ລ້ານດົ່ງ. ທ່ານຍັງໄດ້ມອບຂອງຂວັນ 30 ພູດໃຫ້ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ມອບຂອງຂວັນຈຳນວນໜຶ່ງໃຫ້ບັນດາຄອບຄົວທຸກຍາກ ແລະ ຄອບຄົວດີເດັ່ນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top