ຂ່າວສານ
ທ່ານປະທານປະເທດ ເລືອງເກື່ອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ ແລະ ອີຣານ
ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກື່ອງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ , Shawn Perry Steil ແລະ ທ່ານເອກອັກຄະລັດຖະທິດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari, ມາເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ. ໂດຍອວຍພອນບັນດາທ່ານເອກອັກຄະລັດຖະທູດ ທີ່ມີອາຍຸການປະຕິບັດງານປະສົບຜົນສຳເລັດຢູ່ ຫວຽດນາມ, ທ່ານປະທານປະເທດ ຕີລາຄາສູງບົດບາດ, ການປະກອບສ່ວນທີ່ຕັ້ງໜ້າຂອງບັນດາເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ການາດາ ແລະ ອີຣານ.
ແລກປ່ຽນກັບທ່ານເອກອັກຄະລັດຖະທູດ Shawn Perry Steil, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ການາດາຕ້ອງສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ຊັບສິນທາງປັນຍາ,ຖະແຫຼງຂ່າວສື່ສານ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຣານ Ali Akbar Nazari, ທ່ານປະທານປະເທດ ເລືອງເກື່ອງຢັ້ງຢືນ ຫວຽດນາມ ຂໍ້ແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງປະຊາຊົນອີຣານພວມປະເຊີນໜ້າ, ທ່ານສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງ ທີ່ຫາກໍ່ບັນລຸໄດ້ລະຫວ່າງບັນດາຝ່າຍ ແລະ ທ່ານສະແດງຄວາມເຊື່ອໝັ້ນຂໍ້ຕົກລົງຈະປະກອບສ່ວນນຳມາເຊິ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.