ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ແລະ ອີ​ຣານ

ແລກປ່ຽນກັບທ່ານເອກອັກຄະລັດຖະທູດ Shawn Perry Steil, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ການາດາຕ້ອງສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ຊັບສິນທາງປັນຍາ,ຖະແຫຼງຂ່າວສື່ສານ.
ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ , Shawn Perry Steil

ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກື່ອງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ , Shawn Perry Steil ແລະ ທ່ານເອກອັກຄະລັດຖະທິດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari, ມາເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ. ໂດຍອວຍພອນບັນດາທ່ານເອກອັກຄະລັດຖະທູດ ທີ່ມີອາຍຸການປະຕິບັດງານປະສົບຜົນສຳເລັດຢູ່ ຫວຽດນາມ, ທ່ານປະທານປະເທດ ຕີລາຄາສູງບົດບາດ, ການປະກອບສ່ວນທີ່ຕັ້ງໜ້າຂອງບັນດາເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ການາດາ ແລະ ອີຣານ.

ແລກປ່ຽນກັບທ່ານເອກອັກຄະລັດຖະທູດ Shawn Perry Steil, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ການາດາຕ້ອງສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ຊັບສິນທາງປັນຍາ,ຖະແຫຼງຂ່າວສື່ສານ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຣານ Ali Akbar Nazari, ທ່ານປະທານປະເທດ ເລືອງເກື່ອງຢັ້ງຢືນ ຫວຽດນາມ ຂໍ້ແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງປະຊາຊົນອີຣານພວມປະເຊີນໜ້າ, ທ່ານສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງ ທີ່ຫາກໍ່ບັນລຸໄດ້ລະຫວ່າງບັນດາຝ່າຍ ແລະ ທ່ານສະແດງຄວາມເຊື່ອໝັ້ນຂໍ້ຕົກລົງຈະປະກອບສ່ວນນຳມາເຊິ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.


top