ຂ່າວສານ
ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ບຸນກາຣີ ຢ່າງເປັນທາງການ
ຕອນເຊົ້າວັນທີ 25 ພະຈິກ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ບຸນກາຣີ Rumen Radev ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງເຂົ້າທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາໄດ້ຕ້ອນຮັບ ທ່ານປະທານປະເທດ Rumen Radev ໂດຍນຳໜ້າຄະນະຜູ້ແທນຂັ້ນສູງ ບຸນກາຣີ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການຢ່າງອົບອຸ່ນ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທາບໍດີ Rumen Radev ໄດ້ມີການພົບປະວົງແຄບ ແລະ ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການເຈລະຈາ, ຕີລາຄາໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ. ການນຳສອງທ່ານກໍ່ເປັນສັກຂີພິຍານພິທີເຊັນບັນດາເອກະສານຮ່ວມມືລະຫວ່າງສອງຝ່າຍ.








