ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບການນຳ, ອະດີດການນຳບັນດາອົງການສູນກາງພັກ
(ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນອັນຕັ້ງໜ້າ, ຮອດດ້ານຂອງປະເທດຊາດໃນປີຜ່ານມາ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການນຳພາຂອງພັກກອມມູນິດຫວຽດນາມ. ໃນໄລຍະທີ່ຈະມາເຖິງ, ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປອັນສັບສົນຫຼາຍຢ່າງນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຄວາມຮັບຜິດຊອບຂອງພັກ, ລັດ ແມ່ນຕ້ອງນຳປະເທດຊາດພັດທະນາຢ່າງຈະເລີນຮຸ່ງເຮືອງໃນປີ 2045. ທ່ານໃຫ້ຮູ້ວ່າ: ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 3000 USD ໃນປະຈຸບັນພຽງແຕ່ແມ່ນໝາກຜົນຕັ້ງໜ້າໃນເບື້ອງຕົ້ນເທົ່ານັ້ນ. ຕາມນັ້ນແລ້ວ, ບັນດາສິ່ງທ້າທາຍໃຫ່ຍຫຼວງທີ່ຕ້ອງການແກ້ໄຂ ແມ່ນນຳປະເທດຊາດພັດທະນາ; ສືບຕໍ່ຮັບປະກັນຄວາມດຸນດຽງຂອງພື້ນຖານເສດຖະກິດ, ໃນນັ້ນຈະສືບຕໍ່ລົງທຶນພັດທະນາພະລັງງານແຫ່ງຊາດ.
(ແຫຼ່ງຄັດຈາກ VOV)