• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​​ກັບປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຈີນ

ຕອນບ່າຍວັນທີ 25 ມິຖຸນາ, ພາຍຫຼັງໄປຮອດນະຄອນຫຼວງ ປັກກິ່ງ ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີຜູ້ນຳໜ້າ ຄັ້ງທີ 14 ຂອງເວທີໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະໂອ້ລົມກັບພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ຈີນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ   

ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ; ພ້ອມທັງໂຄສະນາພາບພົດຂອງປະເທດຊາດ, ດຶງດູດການລົງທຶນເຂົ້າ ຫວຽດນາມ ຫຼາຍກວ່າອີກ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພວມຮັກສາທ່າອ່ຽງພັດທະນາ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ການຢ້ຽມຢາມນີ້ ຈະປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດເປັນລະອຽດ ແລະ ເລິກເຊິ່ງກວ່າອີກ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ ແລະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ຈະສືບຕໍ່ເປັນຂົວຕໍ່ສໍາຄັນແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ແລະ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່.

Top