• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງ​ວຽນ​ຊວັນ​ຟຸກ​ເຂົ້າ​ຮ່ວ​ມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ ຄຸ້ມເມືອງ​ເກົ່າໂຮ​້ຍ​ອານ, ເຂດທາດເຈດີ ມີ້ເຊີນ ໄດ້​ຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ວັດ​ທ​ະ​ນະ​ທຳ​ໂລ​ກ

ຕອນຄ່ຳວັນທີ 8 ກັນຍາ, ຢູ່ ເຂດທາດເຈດີ ມີ້ເຊີນ , ຄະນະກຳມະການປະຊາຊົນແຂວງກວາງນາມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນ UNESCO ຮັບຮອງເອົາ ເມືອງເກົ່າໂຮ້ຍອານ, ເຂດທາດເຈດີ ມິ້ເຊີນ ເປັນມໍລະດົກວັດທະນະທຳໂລກ ແລະ 10 ປີທີ່ເກາະກູລາວຈ່າມ-ໂຮ້ຍອານ ຖືກຮັບຮອງວ່າແມ່ນເຂດນິເວດວິທະຍາໂລກ.
 
ທ່ານນາຍົກລັດຖະມົນຕົ ຫງວຽນຊວັນຟຸກກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕົ ຫງວຽນຊວັນຟຸກເນັ້ນໜັກວ່າໃນຊຸມປີຜ່ານມາ, ການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າບັນດາມໍລະດົກໂລກຍາມໃດ ພັກ, ລັດກໍ່ຖືເປັນສຳຄັນແບບພິເສດ. 20 ປີທີ່ຜ່ານມາ, ອົງຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນໃນແຂວງກ໋ວາງນາມກໍ່ໄດ້ເອົາໃຈໃສ່ເຖິງວຽກງານການອະນຸລັກຮັກສາແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກໂລກຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງກ໋ວາງນາມສືບຕໍ່ປະຕິບັດການວາງແຜນຜັງໃຫ້ສົມບູນແບບ, ຜັນຂະຫຍາຍວຽກງານອະນຸລັກຮັກສາ, ບູລະນະ ແລະ ເສີມຂະຫຍາຍຄຸນຄ່າ ຄຸ້ມເມືອງເກົ່າໂຮ້ຍອາຍ, ທາດເຈດີ ມິ້ເຊີນ ຢ່າງມີປະສິດທິຜົນ. ທ່ານ ກ່າວວ່າ:

        ຂ້າພະເຂົ້າຂໍເນັ້ນໜັກວ່າ, ທຸກໆບ່ອນທີ່ມີມໍລະດົກ, ຕ້ອງແມ່ນ ສະຖານທີ່ທີ່ນຳໜ້າ, ເປັນແບບຢ່າງໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ສະຖານທີ່ມໍລະດົກທຸກແຫ່ງຂອງຫວຽດນາມ, ໃນນັ້ນ ໂຮ້ຍອານ ແລະ ເຂດທາດເຈດີ ມິ້ເຊີນຄວນຍູ້ແຮງການດຶງດູດເງິນລົງທຶນພາຍໃນແລະຕ່າງປະເທດເພື່ອແນໃສ່ພັດທະນາບັນດາຜະລິດຕະພັນທ່ອງທ່ຽວ, ຮູບແບບການບໍລິການຢ່າງຫຼາຍຮູບແບບ ແລະ ຍືນຍົງ, ເໝາະສົມກັບສີສັນວັດທະນະທຳ, ຮັບປະກັນຄວາມກົມກຽວລະຫວ່າງເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ. ພວກເຮົາຄວນໃສ່ໃຈວ່າ ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກຂອງ ຫວຽດນາມແມ່ນໜ້າທີ່ດ້ານການເມືອງທີ່ສຳຄັນ, ເປັນປັດໄຈປະກອບສ່ວນຊຸກຍູ້ບັນດາການພົວພັນຮ່ວມມືສາກົນໃນຫຼາຍດ້ານຄືວັດທະນະທຳການເມືອງ, ເສດຖະກິດວັດທະນະທຳ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃຫ້ເຂົ້າສູ່ລວງເລິກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top