• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ Standard Chartered 2020

ຕອນບ່າຍວັນທີ 25 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ເວທີປາໄສການດຳເນີນທຸລະກິດ ອາຊຽນ Standard Chartered 2020 ດ້ວຍຫົວຂໍ້ວ່າ “ຂຸດຄົ້ນຄວາມສາມາດບົ່ມຊ້ອນ ອາຊຽນ” ຢູ່ 22 ສະຖານທີ່ຖ່າຍທອດສົດ. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສການດຳເນີນທຸລະກິດ ອາຊຽນ

(ພາບ: VGP)


ກ່າວຄຳເຫັນໄຂວາລະປະຊຸມທຳອິດດ້ວຍຫົວຂໍ້ທີ່ວ່າ “ຂຸດຄົ້ນກາລະໂອກາດການເຕີບໂຕໃນຊ່ວງເວລາເກີດໂລກລະບາດ ແລະ ຫຼັງໂລກລະບາດ Covid - 19” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 25 ສິງຫາ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ຕໍ່ໜ້າຄວາມຫຍຸ້ງຍາກຂອງໂລກ ແລະ ອາຊຽນຍ້ອນໂລກລະບາດ Covid - 19, ປະຊາຄົມອາຊຽນ ໄດ້ມີຄວາມໝັ້ນໃຈສະແດງໃຫ້ເຫັນຄຸນນະທາດຢ່າງແຮງ, ຄວາມມານະພະຍາຍາມ ແລະ ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງເປັນເຈົ້າການໃນການຮ່ວມມືກັບບັນດາຄູ່ຮ່ວມມື. ມຸ່ງໄປສູ່ວິໄສທັດອາຊຽນ 2025 ແລະ 2030, ບັນດາປະເທດອາຊຽນສືບຕໍ່ສາມັກຄີ, ເປັນເອກະພາບ, ຮັກສາສະຖຽນລະພາບ, ຢັ້ງຢືນ ແລະ ຊຸກຍູ້ບົດບາດເປັນໃຈກາງ ຂອງອາຊຽນ ໃນການຮ່ວມມືເສດຖະກິດໃນພາກພື້ນ ແລະ ບຸລິມະສິດການຮ່ວມມືກັບບັນ ນັບແຕ່ເວລາເຂົ້າຮ່ວມອາຊຽນມາກ່ອນນີ້ 25 ປີ, ມາຮອດປັດຈຸບັນ ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ 13 ສະບັບ ລວມມີບັນດາສັນຍາໃຫຍ່ຄື: ສັນຍາ CPTPP (ປີ 2019), ສັນຍາ EVFTA (ປີ 2020).
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top