• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລູກ​ຊຳ​ບວກ ໄປ​ຢ້​ຽມ​ຢາມ ວັນ​ມຽວ - ກວັກ​ຕື​ຢາມ ແລະ ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ສິນ ຫວຽດ​ນາມ

ຕອນບ່າຍວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລູກຊຳບວກ ພ້ອມກັນໄປຢ້ຽມຢາມວັນມຽວ - ກວັກຕືຢາມ, ຫໍພິພິທະພັນວິຈິດສິນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ລູກຊຳບວກ ສະແດງຄວາມເຄົາລົບນັບຖືຕໍ່ພື້ນຖານອະລິຍະທຳເວົ້າລວມ ແລະ ພື້ນຖານການສຶກສາ ຫວຽດນາມ ເວົ້າສະເພາະ (ພາບ: VGP)

ຢູ່ວັນມຽວ - ກວັກຕືຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລູກຊຳບວກ Xavier Bettel ໄດ້ຮັບຟັງການແນະນຳກ່ຽວກັບ ດ້າຍຈຸງມົນ, ເຄວວັນກາກ, ວັງ ດ້າຍແທງ…ເມື່ອຂຽນບັນທຶກໃນປຶ້ມຄຳທີ່ລະນຶກ, ທ່ານນາຍົກລັດຖະມົນຕີ ລູກຊຳບວກ Xavier Bettel ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ, ປະຊາຊົນ ຫວຽດນາມ ໄດ້ຕ້ອນຮັບທ່ານຢ່າງອົບອຸ່ນ, ທ່ານກໍ່ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ລາຊະອານາຈັກ ລູກຊຳບວກ ແລະ ຫວຽດນາມຍາມໃດກໍ່ ພັດທະນາ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Xavier Bettel ໄດ້ໄປຢ້ຽມຢາມຫໍພິພິທະພັນ ວິຈິດສິນຫວຽດນາມ. ນາຍົກລັດຖະມົນຕີ ສອງທ່ານໄດ້ສະແດງຄວາມປະທັບໃຈເມື່ອໄດ້ຮັບຊົມບັນດາວັດຖຸ, ຜົນງານວິຈິດສິນທີ່ມີຄຸນຄ່າ, ມີປະຫວັດສາດມາແຕ່ດົນນານ, ແມ່ນສາງມໍລະດົກ, ວັດທະນະທຳສິລະປະຂອງ ຫວຽດນາມ; ສອງທ່ານກໍ່ຫວັງວ່າ ຫໍພິພິທະພັນສືບຕໍ່ປະຕິບັດພາລະກິດແຫ່ງການຄົ້ນຄ້ວາ, ເກັບຮັກສາ, ວາງສະແດງ, ສຶກສາ, ໂຄສະນາ ບັນດາເອກະສານ, ວັດຖຸ, ຜົນງານທາງດ້ານວິຈິດສິນທີ່ພົ້ນເດັ່ນຂອງ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top