• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.
ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ສົ່ງສານຢື້ຢາມຖາມຂ່າວໄປຍັງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ. ການນຳ ແລະ ປະຊາຊົນ ລາວ ຕີລາຄາສູງບັນດາມາດຕະການປ້ອງກັນ,  ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ແລະ ທັນການ ເຊິ່ງ ຫວຽດນາມຜັນຂະຫຍາຍ, ພ້ອມທັງເຊື່ອໝັ້ນຢ່າງແນວແນ່ວ່າ ຫວຽດນາມ ຈະຄວບຄຸມ ແລະ ໄຊຊະນະໂລກລະບາດໂຄວິດ - 19 ໂດຍໄວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top