• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ຈີນ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຕາຫຼຽ​ນ

ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Zhoushuizi, ນະຄອນ ຕາຫຼຽນ, ແຂວງ ລ້ຽວນິງ, ປະເທດຈີນ.
ການຕອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ສະໜາມບິນZhoushuizi, ນະຄອນ ຕາຫຼຽນ, ແຂວງ ລ້ຽວນິງ, ປະເທດຈີນ 

ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Zhoushuizi, ນະຄອນ ຕາຫຼຽນ, ແຂວງ ລ້ຽວນິງ, ປະເທດຈີນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມປະຈຳປີ ຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF ຕາຫຼຽນ 2024) ແລະ ເຮັດວຽກຢູ່ຈີນ. ຕ້ອນຮັບທ່ານນາຍົກລັດຖະມົນຕີຟ້າມມິງຈິງ ແລະ ຄະນະຜູ້ແທນຫວຽດນາມ ຢູ່ສະໜາມບິນ ມີທ່ານ ຈິນກວັກເວີຍ ຮອງເຈົ້າແຂວງ ແຂວງລ້ຽວນິງ, ທ່ານ ຊູງບົວ ເອກອັກຄະລັດຖະທູດ ຈີນປະຈຳ ຫວຽດນາມ, ທ່ານ ເລິ້ງຊົວເຟິງ ຮອງ ເຈົ້າຄອງນະຄອນ ຕາຫຼຽນ. ສ່ວນຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມຊາວມາຍ ແລະ ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳຈີນ.

(ແຫຼ່ງຄັດຈາກ VOV)

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ

ພິທີໄຫວ້ບູຊາພາວະນາໃຫ້ສຸຂະພາບແຂງແຮງຂອງຊາວເຜົ່າ ເອເດ ແມ່ນພິທີກຳທີ່ສຳຄັນໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າ ເອເດ. ພິທີນີ້ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື ຄວາມກະຕັນຍູຂອງລູກຫຼານທີ່ມີຕໍ່ປູ່ຍ່າຕາຍາຍພໍ່ແມ່ ພ້ອມທັງພາວະນາໃຫ້ເທວະດາຟ້າແຖນບັນພະບູລຸດ ໃຫ້ປົກປິດຊ່ວຍເຫຼືອລູກຫຼານ ໃຫ້ມີສຸຂະພາບແຂງແຮງ ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.

Top