• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈໃນການເຄື່ອນໄຫວຫຼຸດຜ່ອນຄວາມສ່ຽງຈາກລູກລະເບີດ

ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນວ່າ, ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະພາ GICHD ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ (ພາບ: TTXVN)

ວັນທີ 27 ມິຖຸນາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ, ມາຍຟານຢຸງ ໄດ້ເຂົ້າຮ່ວມກອງປະຊຸມສາມັນຄັ້ງທີ 53 ຂອງສະພາບໍລິຫານສູນການກະທຳມ້າງທຳລາຍລູກລະເບີດມະນຸດສະທຳ (GICHD). ທີ່ກອງປະຊຸມ, ສະພາໄດ້ເຫັນດີເລືອກຕັ້ງທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ, ເປັນສະມາຊິກຂອງສະພາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນວ່າ, ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະພາ GICHD ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງ GICHD ແລະ ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນສຳລັບບັນດາໂຄງການພວມຜັນຂະຫຍາຍ. ພ້ອມທັງ, ຊອກຫາ ໂອກາດຮ່ວມມືໃນຂົງເຂດແກ້ໄຂ, ມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ທິມ Rowing ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ.

Top