• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ທິມ Rowing ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ.
ຄະນະຈັດຕັ້ງມອບລາງວັນໃຫ້ບັນດາທິມ (ພາບ: TTXVN)

ງານຊ່ວງເຮືອ Rowing ຊີງແຊ້ມ U19, U23 ແລະ ແຊ້ມ ອາຊີຕາເວັນອອກສ່ຽງໃຕ້ ປີ  2024 ໄດ້ອັດລົງໃນວັນທີ 30 ມິຖຸນາ ດ້ວຍລາງວັນທີໜຶ່ງທົ່ວຄະນະ ໄດ້ແກ່ທິມເຈົ້າພາບ ຫວຽດນາມ.

ໂດຍໄດ້ດຳເນີນພາຍໃນ 5 ວັນ, ຢູ່ນະຄອນ ຫາຍຟ່ອງ, ງານແຂ່ງຂັນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກກິລານັບຮ້ອຍຄົນ ທີ່ມາຈາກ 7 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ລວມມີ: ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ໝາກຜົນແມ່ນ, ທິມ Rowing  ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ. ອັນດັບທີ 2 ແມ່ນທິມຊາດ ອິນໂດເນເຊຍ ດ້ວຍຫຼຽນຄຳ 5 ຫຼຽນ. ທິມຊາດ ໄທ ຢູ່ອັນດັບທີ 3 ດ້ວຍຫຼຽນຄຳ 2 ຫຼຽນ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.

Top