• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

ເລື່ອງຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ, ພິເສດແມ່ນສະຫງວນໃຫ້ກຸ່ມມີຄວາມສ່ຽງສູງ ທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດພວມພັດທະນາ.
ທ່ານ ມາຍຟານຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນຂອບເຂດກອງປະຊຸມຊຸດທີ 56 ຂອງສະພາສິດທິມະນຸດສະຫະປະຊາຊາດ, ຈັດຂຶ້ນແຕ່ວັນທີ 18 ມິຖຸນາ ຫາວັນທີ 12 ກໍລະກົດ, ຢູ່ ເຊີແນວ, ປະເທດ ສະວິດ. ວັນທີ 02, ກໍລະກົດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ຕາງໜ້າກຸ່ມແກ່ນສານມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ລວມທັງ ຫວຽດນາມ, ບັງກະລາເທດ, ຟີລິບປິນ ກ່າວຄຳເຫັນທີ່ວາລະປຶກສາຫາລືມີຫົວຂໍ້ຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ທ່ານ ມາຍຟານຢຸງ ຢືນຢັນວ່າ, ເລື່ອງຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ, ພິເສດແມ່ນສະຫງວນໃຫ້ກຸ່ມມີຄວາມສ່ຽງສູງ ທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດພວມພັດທະນາ. ການປ່ຽນແປງຂອງດິນຟ້າອາກາດ, ບັນດາສະພາບອາກາດທີ່ຮ້າຍແຮງນັ້ນ ນັບມື້ນັບກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເຮືອນຊານ, ລະບົບຊີວະພາບ, ພື້ນຖານໂຄງລ່າງ, ພ້ອມທັງເຮັດໃຫ້ພື້ນຖານເສດຖະກິດອ່ອນແອລົງ, ສົ່ງຜົນກະທົບເຖິງເລື່ອງຊົມໃຊ້ບັນດາສິດທິມະນຸດໂດຍພື້ນຖານທີ່ສຸດ, ໂດຍສະເພາະແມ່ນກຸ່ມມີຄວາມສ່ຽງສູງ. ທ່ານກະຕຸກຊຸກຍູ້ໃຫ້ປະຊາຄົມສາກົນ ຈົ່ງຮ່ວມມືກັນເພື່ອແກ້ໄຂບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການຫາເງິນລ້ຽງຊີບຂອງປະຊາຊົນໃຫ້ບັນລຸປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

2 ຝ່າຍກໍ່ປຶກສາຫາລືກ່ຽວກັບວິວັດທະນາການຮ່ວມມື ອາຊຽນ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

Top