• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2

ຈຸດພົ້ນເດັນຂອງ DANAFF 2024 ແມ່ນ, ບັນດາຮູບເງົາໄດ້ແຂ່ງຂັນໃນ 2 ປະເພດ: ລາງວັນຮູບເງົາ ອາຊີ ແລະ ລາງວັນຮູບເງົາ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ.
(ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ)

ຕອນຄ່ຳວັນທີ 02 ກໍລະກົດ, ຢູ່ຫໍປະຊຸມສາກົນ Ariyana, ນະຄອນ ດ່ານັ້ງ, ສະຫະສະມາຄົມສົ່ງເສີມການພັດທະນາຮູບເງົາ ຫວຽດນາມ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ, ພະແນກທ່ອງທ່ຽວ ດ່ານັ້ງ (DANAFF) ຈັດພິທີໄຂງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2, ດ້ວຍຫົວຂໍ້ “DANAFF - ຂົວເຊື່ອມຕໍ່ອາຊີ”.

ຈຸດພົ້ນເດັນຂອງ DANAFF 2024 ແມ່ນ, ບັນດາຮູບເງົາໄດ້ແຂ່ງຂັນໃນ 2 ປະເພດ: ລາງວັນຮູບເງົາ ອາຊີ ແລະ ລາງວັນຮູບເງົາ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ. ພິເສດ, ເປັນຄັ້ງທຳອິດ DANAFF 2 ມອບລາງວັນຜົນງານຮູບເງົາໃຫ້ແກ່ຜູ້ກຳກັບການສະແດງດີເດັ່ນ. ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຫວັງວ່າ ງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 ຈະແມ່ນຂົວເຊື່ອມຕໍ່ໃຫ້ແກ່ບັນດາຜູ້ກຳກັບການສະແດງ, ນັກສະແດງ, ຜູ້ຊົມຢູ່ພາຍໃນ ແລະ ຕ່າງປະເທດໄດ້ພົບປະແລກປ່ຽນ, ຮ່ຳຮຽນ ແລະ ຮ່ວມມືດ້ານຮູບເງົາ, ພ້ອມທັງແມ່ນໂອກາດທີ່ດີໃຫ້ແກ່ຂະແໜງຮູບເງົາຂອງນະຄອນ ໄດ້ພົບປະ ແລະ ແລກປ່ຽນໂດຍກົງກັບບັນດານັກຊ່ຽວຊານແຖວໜ້າຂະແໜງທີ່ມາຈາກບັນດາປະເທດ ອາຊີ ແລະ ພື້ນຖານຮູບເງົາທີ່ມີມາແຕ່ດົນນານຂອງປະເທດ ຝລັ່ງ”.

ງານມະຫາກຳດັ່ງກ່າວຈະດຳເນີນຮອດວັນທີ 06 ກໍລະກົດ ຈຶ່ງຈະອັດລົງ.

(ແຫຼ່ງຄັດຈາກ VOV)

ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

2 ຝ່າຍກໍ່ປຶກສາຫາລືກ່ຽວກັບວິວັດທະນາການຮ່ວມມື ອາຊຽນ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

Top