• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ

ຕອນຄ່ຳວັນທີ 2 ກໍລະກົດ ຢູ່ ນະຄອນຫລວງ ມົດສະກູ ສະຫະພັນລັດເຊຍ ໄດ້ດຳເນີນພິທີໄຂ “ວັນບຸນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ປີ 2024”. ພິທີໂດຍກະຊວງວັດທະນະທຳ ສະຫະພັນລັດເຊຍ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັນຈັດຕັ້ງ.
ລາຍການສະແດງສິລະປະ ຢູ່ວັນບຸນ (ພາບ: VOV)

ເຂົ້າຮ່ວມພິທີໄຂ ມີທ່ານ Andrey Yatskin, ຮອງປະທານ ທີຫນຶ່ງ ສະພາສູງລັດເຊຍ, ທ່ານ Olga Liubimova ລັດຖະມົນຕີ ກະຊວງວັດທະນະທຳ ສະຫະພັນລັດເຊຍ, ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມ,   ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ພ້ອມກັບຜູ້ແທນ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລັດເຊຍ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Andrey Yatskin ຮອງປະທານ ທີຫນຶ່ງ ສະພາສູງລັດເຊຍ ໄດ້ຢັ້ງຢືນວ່າ ການພົວພັນຮ່ວມມືດ້ານວັດທະນະທຳ - ວັດທະນະທຳມະນຸດ ມີບົດບາດສຳຄັນພິເສດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ຫວຽດນາມ ແລະ ລັດເຊຍ. ໃນຂະນະນັ້ນ ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢືນຢັນວ່າ:

 “ວັນບຸນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ປີ 2024 ເປັນການພິສູດໃຫ້ເຫັນການປັບປຸງເສີມຂະຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອໄມຕິຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລັດເຊຍ ໂດຍ ການນຳ ແລະ ປະຊາຊົນສອງປະເທດທີ່ໄດ້ສ້າງສາ ແລະ ເພີ່ມພູນຄູນສ້າງຜ່ານບັນດາໄລຍະ

ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ປີ 2024 ໄດ້ດຳເນີນແຕ່ວັນທີ 1-7 ກໍລະກົດ ຢູ່ບັນດານະຄອນໃຫຍ່ຂອງລັດເຊຍ. ໃນຂອບເຂດລາຍການ ຈະຈັດ “ວັນຮູບເງົາ ຫວຽດນາມ” ໂດຍແນະນຳຮູບເງົາ 5 ເລື່ອງຂອງບັນດາຜູ້ກຳກັບການສະແດງ ຫວຽດນາມ ທີ່ຍາດໄດ້ຫລາຍລາງວັນລະດັບຊາດ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

2 ຝ່າຍກໍ່ປຶກສາຫາລືກ່ຽວກັບວິວັດທະນາການຮ່ວມມື ອາຊຽນ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

Top