• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄປຢ້ຽມຢາມ ສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີ Han Duck Soo ຫວັງວ່າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະແມ່ນໂອກາດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຫຼາຍກວ່າ.
ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ຈະໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ແຕ່ວັນທີ 30 ມິຖຸນາ - 03 ກໍລະກົດ.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ Han Duck Soo ຫວັງວ່າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະແມ່ນໂອກາດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຫຼາຍກວ່າ ແລະ ເຮັດໃຫ້ການຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ໃນຖານະແມ່ນຄູ່ຮ່ວມມືແຖວໜ້າຢູ່ພາກພື້ນ. ພ້ອມທັງ, ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍຕີລາຄາລະອຽດສະພາບການຂອງການຜັນຂະຫຍາຍແຜນການກະທຳລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຜ່ານມາ.

        ທ່ານນາຍົກລັດຖະມົນຕີ Han Duck Soo ເນັ້ນໜັກວ່າ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນ 3 ຄູ່ຄ້າສຳຄັນທີ່ສຸດຂອງ ສ.ເກົາຫຼີ; 2 ປະເທດພວມມຸ່ງໄປເຖິງເລື່ອງບັນລຸວົງເງິນການຄ້າ 150 ຕື້ USD ໃນປີ 2030. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, 2 ຝ່າຍຄວນເປີດກວ້າງ ແລະ ເພີ່ມທະວີການຮ່ວມມືຕາມທິດ ຖືການຜະລິດເປັນໃຈກາງ, ແຜ່ຂະຫຍາຍອອກສູ່ບັນດາຂົງເຂດອື່ນ, ຄື: ຄວາມໝັ້ນຄົງເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ເຕັກນິກດີຈີຕອນ ແລະ ການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ທິມ Rowing ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ.

Top