ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີມອບ - ຮັບ ໃບຢັ້ງຢືນສິລະປະຟ້ອນ ແຊ່ວ ຊາວເຜົ່າຜູ້ໄທ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ UNESCO
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງແຮງພາຍໃນ, ແມ່ນກຳລັງໜູນ ກໍຄືແຫຼ່ງກຳລັງສຳຄັນ ເພື່ອພັດທະນາປະເທດຊາດ.
ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດການພັດທະນາວັດທະນະທຳ ໃຫ້ທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ. ເພື່ອສືບຕໍ່ສ້າງພະລັງຊີວິດໃໝ່, ແຜ່ຂະຫຍາຍ ແລະ ສົ່ງແຫຼ່ງກຳລັງອັນແຮງກ້າແກ່ຄຸນຄ່າຂອງສິລະປະຟ້ອນແຊ່ວ ຊາວເຜົ່າຜູ້ໄທ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອຳນາດການປົກຄອງ, ປະຊາຊົນ ແລະ ປະຊາຄົມຊາວເຜົ່າຜູ້ໄທ ຢູ່ບັນດາແຂວງເຂດ ໄຕບັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັນຜັນຂະຫຍາຍ “ໂຄງການເຄື່ອນໄຫວແຫ່ງຊາດ ກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງ ສີລະປະຟ້ອນ ແຊ່ວ ຊາວເຜົ່າຜູ້ໄທ - ມໍລະດົກວັດທະນະທຳບໍ່ເປັນວັດຖຸ” ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ຖືກຕ້ອງຕາມຄຳໝັ້ນສັນຍາກັບ UNESCO; ນຳມໍລະດົກວັດທະນະທຳເປັນສັບສົມບັດ, ຫັນແຫ່ງກຳລັງບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.