ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ມອບ - ຮັບ ໃບ​ຢັ້ງ​ຢືນ​ສິ​ລ​ະ​ປະ​ຟ້ອນ ແຊ່ວ ຊາວ​ເຜົ່າ​ຜູ້​ໄທ ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ​ຈາກອົງ​ການ UNESCO

ຕອນຄ່ຳວັນທີ 24 ກັນຍາ, ຢູ່ເທດສະບານເມືອງ ເຫງຍໂລ້, ແຂວງ ອຽນບາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບ - ຮັບ ໃບຢັ້ງຢືນສິລະປະຟ້ອນ ແຊ່ວ ຊາວເຜົ່າຜູ້ໄທ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ UNESCO. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ; ທ່ານ Christian Manhart ຫົວໜ້າຜູ້ຕາງໜ້າ UNESCO ແລະ ບັນດາແຂກສາກົນ.
  ພິທີມອບ - ຮັບ ໃບຢັ້ງຢືນສິລະປະຟ້ອນ ແຊ່ວ ຊາວເຜົ່າຜູ້ໄທ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ UNESCO  

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງແຮງພາຍໃນ, ແມ່ນກຳລັງໜູນ ກໍຄືແຫຼ່ງກຳລັງສຳຄັນ ເພື່ອພັດທະນາປະເທດຊາດ.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ   

ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດການພັດທະນາວັດທະນະທຳ ໃຫ້ທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ. ເພື່ອສືບຕໍ່ສ້າງພະລັງຊີວິດໃໝ່, ແຜ່ຂະຫຍາຍ ແລະ ສົ່ງແຫຼ່ງກຳລັງອັນແຮງກ້າແກ່ຄຸນຄ່າຂອງສິລະປະຟ້ອນແຊ່ວ ຊາວເຜົ່າຜູ້ໄທ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອຳນາດການປົກຄອງ, ປະຊາຊົນ ແລະ ປະຊາຄົມຊາວເຜົ່າຜູ້ໄທ ຢູ່ບັນດາແຂວງເຂດ ໄຕບັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັນຜັນຂະຫຍາຍ “ໂຄງການເຄື່ອນໄຫວແຫ່ງຊາດ ກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງ ສີລະປະຟ້ອນ ແຊ່ວ ຊາວເຜົ່າຜູ້ໄທ - ມໍລະດົກວັດທະນະທຳບໍ່ເປັນວັດຖຸ” ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ຖືກຕ້ອງຕາມຄຳໝັ້ນສັນຍາກັບ UNESCO; ນຳມໍລະດົກວັດທະນະທຳເປັນສັບສົມບັດ, ຫັນແຫ່ງກຳລັງບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.


top