• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ສະ​ຫະ​ພັນ ລັດ​ເຊຍ

ຕອນບ່າຍວັນທີ 9 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Kurenkov Aleksandr Vyacheslavovich, ລັດຖະມົນຕີກະຊວງ ສະພາວະສຸກເສີນ ສະຫະພັນ ລັດເຊຍ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານພົນໂທ Kurenkov Aleksandr Vyacheslavovich, ລັດຖະມົນຕີກະຊວງ ສະພາວະສຸກເສີນ ສະຫະພັນ ລັດເຊຍ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ ເປັນສຳຄັນ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ສອງຝ່າຍຕ້ອງສືບຕໍ່ຊຸກຍູ້ການຜັນຂະຫຍາຍໝາກຜົນກອງປະຊຸມ ຄະນະກຳມະການລະຫວ່າງລັດຖະບານ ໃຫ້ມີປະສິດທິຜົນ; ຊຸກຍູ້ການຍົກສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ; ຊຸກຍູ້ການລົງທຶນ, ເອົາໃຈໃສ່ພັດທະນາບັນດາໂຄງການໃໝ່, ຄົ້ນຄວ້າ, ສ້າງແຜນການລະອຽດ ເພື່ອເປີດສາຍການບິນໂດຍກົງລະຫວ່າງນະຄອນຫຼວງສອງປະເທດ ໃນໄວໆນີ້.

ສ່ວນທ່ານ Kurenkov Aleksandr Vyacheslavovich ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບ ກ່ຽວກັບໝາກຜົນການພົບປະສົນທະນາລະຫວ່າງທ່ານ ກັບທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໃນຕອນເຊົ້າວັນດຽວກັນ. ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ນັບມື້ນັບແທດຈິງ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top