• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ປະ​ທານສະ​ພາ​ທີ່ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ຫວາງ​ຫູ​ໜິງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ທີ່ໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈກັບຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ແຕ່ງຕັ້ງຄະນະຜູ້ແທນມາວາງພວງມາລາ, ເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານນາຍົກລັດຖະມນົຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ຫວາງຫູໜິງ, ກຳມະການຜູ້ປະຈຳການກົມການເມືອງ ພັກກອມມູນິດ ຈີນ, ປະທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ (ພາບ:VGP)

ຕອນບ່າຍວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມນົຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຫວາງຫູໜິງ, ກຳມະການຜູ້ປະຈຳການກົມການເມືອງ ພັກກອມມູນິດ ຈີນ, ປະທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຈີນ ມາ ຫວຽດນາມ ເຂົ້າຮ່ວມພິທີງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ທີ່ໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈກັບຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ແຕ່ງຕັ້ງຄະນະຜູ້ແທນມາວາງພວງມາລາ, ເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ສ່ວນທ່ານ ຫວາງຫູໜິງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຂອງພັກ, ລັດ ແລະ ປະຊາຊົນ ຈີນ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນ ຈີນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top