• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ​ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້ແກ່​ນັກ​ຮົບ ດ້ຽນ​ບຽນ

ວັນທີ 21 ເມສາ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ ພ້ອມດ້ວຍຄະນະປະຕິບັດງານຂອງສູນກາງສະພາກາແດງ ຫວຽດນາມ ໄດ້ຖະຫວາຍທູບທຽນຢູ່ ຫໍບູຊານັກຮົບເສຍສະຫຼະຊີວິດເພື່ອຊາດໃນສະໜາມຮົບ ດ້ຽນບຽນຝູ, ເຂດສຸສານນັກຮົບ A1 ແລະ ຢ້ຽມຢາມ, ມອບຂອງຂວັນໃຫ້ນັກຮົບ ດ້ຽນບຽນ.
ທ່ານນາງ ຫວໍທິແອັງຊວັນ ຢ້ຽມຢາມນັກຮົບ ດ້ຽນບຽນ ຫງວຽນວຽດດຽມ (ພາບ: TTXVN)

ທ່ານນາງ ຫວໍທິແອັງຊວັນ ໄດ້ວາງພວມມາລາ, ຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານໂຮ່ຈີມິນ, ພົນເອກ ຫວໍງວຽນຢາບ ພ້ອມດ້ວຍພະນັກງານ, ນັກຮົບ, ຊາວໜຸ່ມຕະລຸມບອນ, ເກນແຮງງານແລະ ປະຊາຊົນ ທີ່ມີຄວາມອົງອາດກ້າຫານຕໍ່ສູ້, ເສຍສະຫຼະຊີວິດໃນດິນແດນ ດ້ຽນບຽນຝູ.

ບັນດາຜູ້ແທນໝັ້ນໝາຍວ່າ ຈະເສີມຂະຫຍາຍຈິດໃຈໄຊຊະນະ ດ້ຽນບຽນຝູ, ສືບຕໍ່ມານະພະຍາຍາມພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ຫັນເປັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງມີໄຊ, ສ້າງສາປະເທດຊາດໃຫ້ນັບມື້ນັບວັດທະນາຖາວອນ, ສີວິໄລ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດານັກຮົບ ດ້ຽນບຽນ ແລະ ຢ້ຽມຢາມຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

ວັນທີ 15 ພຶດສະພາ, ທ່ານ Lawrence Wong ນາຍົກລັດຖະມົນຕີຄົນທີ 4 ຂອງ ສິງກະໂປ, ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ ທີ່ຖືກຈັດຂຶ້ນຢູ່ທຳນຽບ Istana.

Top