• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ ຕີລາຄາສູງການຮ່ວມມືຂອງ ຫວຽດນາມ

ທ່ານ Marcin Czepelak, ເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA) ຢູ່ ລາໄຮ, ໄດ້ຊົມເຊີຍ ແລະ ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ການຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງ PCA ປະຈຳ ຫວຽດນາມ ເປັນຢ່າງດີ.
ທ່ານ Marcin Czepelak, ເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA) (ພາບ: PCA)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈະ ໂຮນລັງ ຟ້າມຫວຽດແອງ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການຫວ່າງມໍ່ໆມານີ້, ທ່ານ Marcin Czepelak, ເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA) ຢູ່ ລາໄຮ, ໄດ້ຊົມເຊີຍ ແລະ ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ການຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງ PCA ປະຈຳ ຫວຽດນາມ ເປັນຢ່າງດີ. ທ່ານຖືວ່າ ນີ້ແມ່ນແບບຢ່າງຢູ່ພາກພື້ນກ່ຽວກັບການຮ່ວມມືກັບ PCA. ທ່ານ Marcin Czepelak, ໄດ້ຕີລາຄາສູງເປັນພິເສດ ແລະ ເຄົາລົບການໄປຢ້ຽມຢາມ ແລະ ເຮັດວຽກກັບ PCA ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເມື່ອເດືອນ ທັນວາ 2022, ຖືນີ້ແມ່ນສານທີ່ມີຄວາມໝາຍຂອງ ຫວຽດນາມ ກ່ຽວກັບນ້ຳໃຈຖືເປັນສຳຄັນ, ເຊີດຊູກົດໝາຍສາກົນ, ໂດຍສະເພາະແມ່ນໃນສະພາບການປະຈຸບັນ.

ເດືອນ ສິງຫາ 2020, PCA ໄດ້ແປ ແລະ ພິມຈຳໜ່າຍປຶ້ມ “ແນະນຳລະບຽບຫຼັກການກຳມະການ PCA” ດ້ວຍພາສາຫວຽດ, ພາຍຫຼັງທີ່ພິມຈຳໜ່າຍດ້ວຍພາສາອັງກິດ, ອາຣັບ, ແອັດສະປາຍ ແລະ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ວັນທີ 03 ມີນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ຕາແສງ ອານເຍິນເຕີຍ ແລະ ເຕິຍອານໂຮ້ຍ, ນະຄອນ ໂຮ່ຈີມິນ.

Top