• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນຕໍ່ຊັ້ນປະຖົມ, ມັດທະຍົມຕອນຕົ້ນຕາແສງ ຊີຟາຟິນ (ດ້ຽນບຽນ)

ຄາດວ່າ, ໂຮງຮຽນແຫ່ງນີ້ຈະມີ 31 ຫ້ອງ, ຕອບສະໜອງການຮ່ຳຮຽນໃຫ້ນັກຮຽນກວ່າ 1.000 ນ້ອງ, ດ້ວຍຍອດຈຳນວນເງິນລົງທຶນປະມານ 220 ຕື້ດົ່ງ
  (ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ)  

ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ແຂວງ ດ້ຽນບຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນຕໍ່ຊັ້ນປະຖົມ, ມັດທະຍົມຕອນຕົ້ນຕາແສງ ຊີຟາຟິນ (ດ້ຽນບຽນ). ນີ້ແມ່ນກິດຈະກຳທຳອິດໄດ້ຮັບການຜັນຂະຫຍາຍ ພາຍຫຼັງກົມການເມືອງຮັບຮອງເອົາແຜນນະໂຍບາຍກໍ່ສ້າງໂຮງຮຽນໃຫ້ແກ່ບັນດາຕາແສງເຂດຊາຍແດນໃນທົ່ວປະເທດ.

ຄາດວ່າ, ໂຮງຮຽນແຫ່ງນີ້ຈະມີ 31 ຫ້ອງ, ຕອບສະໜອງການຮ່ຳຮຽນໃຫ້ນັກຮຽນກວ່າ 1.000 ນ້ອງ, ດ້ວຍຍອດຈຳນວນເງິນລົງທຶນປະມານ 220 ຕື້ດົ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ຢັ້ງຢືນວ່າ ການສຶກສາແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນເປັນແກ່ນສານໃຫ້ແກ່ພັດທະນາແບບຍືນຍົງຂອງ ຫວຽດນາມ. ຄະນະພັກ, ອຳນາດການປົກຄອງ ແລະ ໝູ່ຄະນະທ້ອງຖິ່ນ ຕ້ອງສືບຕໍ່ເອົາໃຈໃສ່ເຖິງບັນດາຄອບຄົວມີລູກຫຼານຮ່ຳຮຽນ, ຕິດພັນການກໍ່ສ້າງໂຮງຮຽນກັບການຮັກສາສີສັນວັດທະນະທຳຂອງຊາດ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານໄດ້ເຂົ້າຮ່ວມພິທີເປີດສະຫຼອງກິດຈະກຳລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ມອບຂອງຂວັນໃຫ້ 10 ຄອບຄົວນະໂຍບາຍໃນບໍລິເວນ.

(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top