ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil
ຕອນບ່າຍວັນທີ 15 ຕຸລາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Eric Hambly, ປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil. ໂດຍຕີລາຄາສູງເລື່ອງກຸ່ມບໍລິສັດໄດ້ລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ ດ້ວຍໝາກຜົນທີ່ຕັ້ງໜ້າ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢືນວ່າ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ໃນນັ້ນມີ ອາເມລິກາ. ທ່ານສະເໜີໃຫ້ກຸ່ມບໍລິສັດສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍູ້ແຮງການຜັນຂະຫຍາຍບັນດາໂຄງການລົງທຶນນ້ຳມັນອາຍແກັດຢູ່ ຫວຽດນາມ, ປະຕິບັດການຖ່າຍທອດເຕັກໂນໂລຊີ, ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…
ສ່ວນທ່ານ Eric Hambly, ໄດ້ຢືນຢັນຄຳໝັ້ນສັນຍາຈະເພີ່ມທະວີການລົງທຶນຢູ່ ຫວຽດນາມ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳນ້ຳມັນອາຍແກັດ, ຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.